ໃນ 5 ປີ​ຕໍ່​ໜ້າ, ຈີນ​ຈະ​ສ້າງ​ບ່ອນ​ທົດ​ລອງ​ນຳ​ໃຊ້​ຂີ້​ເຫຍື້ອ​ເປັນ​ກ້ອນ​ຂອງ​ອຸດ​ສາ​ຫະ​ກຳ​ງວດ​ໜຶ່ງ

(GMT+08:00) 2011-11-29 16:25:42     cri

ວັນ​ທີ 28 ພະຈິກ​ນີ້, ຢູ່​ແຂວງ​ຊ່ານ​ຊີ, ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງກະຊວງ​ອຸດສາ​ຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​ຈີນກ່າວ​ວ່າ, ຈີນ​ຈະ​ພະຍາຍາມ​ສ້າງ​ບ່ອນທົດ​ລອງ​ນຳ​ໃຊ້​ຂີ້​ເຫຍື້ອ​ເປັນ​ກ້ອນ​ຂອງ​ອຸດສາ​ຫະກຳ​ງວດ​ທຳ​ອິດ​ໃຫ້​ສຳ​ເລັດ​ຈຳນວນ 12 ​ແຫ່ງ ພາຍ​ໃນ 3 ຫາ 5 ປີຕໍ່ໜ້າ, ​ແລະ​ຈະ​ປຸກລະດົມ​ໃຫ້​ມີ​ການ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ເພື່ອ​ບັນລຸ​ຈຸດ​ປະສົງນຳ​ໃຊ້​ຊັບພະຍາກອນ​​ເສດ​ເຫຼືອ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ.


ອີງ​ຕາມ​ແຜນການ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ ​ຄັ້ງ​ທີ 12,​ແຕ່​ປີ 2010 ຮອດ​ປີ 2015, ອັດຕາ​ນຳ​ໃຊ້ຂີ້​​ເຫຍື້ອ​ເປັນ​ກ້ອນ​ຂອງ​ອຸດສາຫະກຳ​ຂອງ​ຈີນ​ຕ້ອງ​ບັນລຸ 72%.

ຕົ້ນ​ປີ​ນີ້, ຈີນ​ໄດ້​ເລີ່ມ​ສ້າງ​ບ່ອນ​ທົດ​ລອງ​ນຳ​ໃຊ້​ຂີ້​​ເຫຍື້ອ​ເປັນ​ກ້ອນ​ຂອງ​ອຸດສາ​ຫະກຳ​ຢູ່ 12 ​ເຂດ​ຂອງ​ນະຄອນ​ເຊິງ​ເຕີ​​ແຂວງ​ເຮີ​ເປີຍ, ນະຄອນ​ຊໍ້​ໂຈ່ວຂອງ​ແຂວງ​ຊ່ານ​ຊີ​ເປັນ​ຕົ້ນ, ຕົ້ນຕໍ​ແມ່ນ​ນຳ​ໃຊ້​ຝຸ່ນ​ຖ່ານ​ຫີນ, ​ເສດ​ຂີ້​ເຫຍື້ອ​ໃນ​ການ​ຫຼໍ່ຫຼອມ​ແລະ​ຂີ້​ເຫຍື້ອ​ເປັນ​ກ້ອນ​ຂອງ​ອຸດສາ​ຫະກຳ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ