ຈີນ​ຈະ​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ຊີ​ວະ​ພາບ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ

(GMT+08:00) 2011-11-29 16:28:04     cri
ວັນ​ທີ 28 ພະຈິກ​ນີ້, ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຢີຈີນ​ປະກາດ​ແຜນການ, ​ໂດ​ຍຊີ້​ອອກ​ວ່າ, ຮອດ​ປີ 2015, ຈີນ​ຈະຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ຊີວະ​ພາບ​ກາຍ​ເປັນຂະ​​ແໜງ​ການ​ທີ່​ເປັນເສົາ​ຄ້ຳ​ຂອງ​ເສດຖະກິດ​​ແຫ່ງ​ຊາດ.

ຂ່າວ​ແຈ້ງວ່າ, ຈີນ​ຈະ​ສ້າງ​ກົນ​ໄກ​ລົງທຶນ​ທີ່​ມີຫຼາຍຊ່ອງ​ທາງ, ຊຸກ​ຍູ້​ໃຫ້​ຂະ​ແໜງ​ການຢາ​ຊີວະ​ພາບ, ກະສິກຳ​ຊີວະ​ພາບ, ພະລັງງານ​ຊີວະ​ພາບ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ແລະ​ຂະ​ແໜງ​ການ​ອື່ນໆ​ຈະ​ເລີ​ນຂຶ້ນ​ຢ່າງ​ວ່ອງ​ໄວ. ​ໃນ 5 ປີ​ຕໍ່ໜ້າ​ນີ້, ອັດຕາ​ການເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ຊີວະ​ພາບ​ຈີນ​​ໃຫ້​ມີ 15% ຂຶ້ນ​ໄປ.

ປະຈຸ​ບັນ, ອັດຕາ​ການເຕີບ​ໂຕ​ປະຈຳ​ປີ​ຂອງ​ຂະ​ແໜງ​ການ​ຊີວະ​ພາບ​ທົ່ວ​ໂລກ​ແມ່ນ​ສູງ​ກວ່າ 30%, ​ໄດ້​ກາຍ​ເປັນ​ຂົງ​ເຂດ​ເສດຖະກິດ​ທີ່​ເຕີບ​ໂຕ​​ໄວ​ກວ່າ​ໝູ່. ປີ 2010 ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ຂະ​ແໜງ​ການ​ຊີວະ​ພາບ​ຈີນບັນລຸຫຼາຍກວ່າ 1500 ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ