ປີ 2015, ຍອດ​ມູນ​ຄ່າ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ຈະ​ບັນ​ລຸ 600 ຕື້​ໂດ​ລາ

(GMT+08:00) 2011-11-29 16:30:47     cri
ວັນ​ທີ 28 ພະຈິກ​ນີ້, ກະຊວງ​ການ​ຄ້າ​ຈີນ​ປະກາດ​ແຜນການ​ສະ​ບັບໜຶ່ງ, ​ໂດຍ​ຊີ້​ອອກ​ວ່າ, ປີ 2015, ຍອດ​ມູນ​ຄ່າດ້ານ​ການ​ຄ້າ​ການ​ບໍລິການ​ຂາ​ເຂົ້າ​ຂາ​ອອກຂອງ​ຈີນ​ຈະ​ບັນລຸ​ເຖິງ 600 ຕື້​ໂດ​ລາ.

ຜູ້ຮັບຜິດຊອບ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ໃນ 5 ປີ​ຕໍ່ໜ້າ​ນີ້, ຈັງຫວະ​ການເຕີບ​ໂຕ​ສະ​ເລ່ຍຕໍ່​ປີ​ຂອງ​ຍອດ​ມູນ​ຄ່າ​ດ້ານ​ການ​ຄ້າ​ການ​ບໍ​ລິການຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຈະ​ສູງກວ່າ 11%. ​ເປັນ​ການສ້າງ​ເວທີ​ການ​ຄ້າ​ສາກົນ​ໃຫ້​ວິ​ສາ​ຫະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ນັບ​​ແຕ່​ປີໜ້າ​ເປັນ​ຕົ້ນ​ໄປ, ກະຊວງ​ການ​ຄ້າ​ຈີນ​ຈະ​ຈັດ​ງານ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ຢູ່​ປັກ​ກິ່ງ​ໃນ​ທຸກໆ​ປີ.

ໃນ 5 ປີ​ທີ່​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າດ້ານ​ການ​ບໍລິການ​ຂາ​ເຂົ້າຂາ​ອອກ​ຈີນ​ຈາກ​ເມື່ອ​ກ່ອນ​ບໍ່ຮອດ 200 ຕື້​ໂດ​ລາ​ໄດ້​ເພີ່ມ​ຂຶ້ນຮອດ 360 ຕື້​ໂດ​ລາ, ​ເພີ່ມ​ຂຶ້ນ​​ເຖິງ 89%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ