ເນື້ອ​ທີ່​ປູກ​ຢາງພາລາຂອງ​ກຳ​ປູ​ເຈຍ​ຫຼາຍ​ກວ່າ 1 ​ແສນ 8 ໝື່ນ​ເຮັກຕາ

(GMT+08:00) 2011-11-29 11:18:55     cri

ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ 25 ພະຈິກ​ນີ້, ​ໃນ​ກອງ​ປະຊຸມ​ຢາງພາລາ​ສາກົນ​ປີ2011​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ,ທ່ານ​ຢິມໄຊ​ລີ ຮອງ​ນາຍົກລັດຖະມົນຕີ​ກຳປູ​ເຈຍ​ທີ່​ຮັບຜິດຊອບວຽກ​ງານ​ກະສິກຳກ່າວ​ວ່າ, ປັດຈຸບັນ, ເນື້ອ​ທີ່​ປູກ​ຢາງພາລາຂອງທົ່ວ​ປະ​ເທດ​ກຳ​ປູ​ເຈຍມີ​ຫຼາຍ​ກວ່າ 1 ​ແສນ 8 ໝື່ນ​ເຮັກຕາ, ​ໃນ​ນັ້ນ,20%​ສາມາດ​ປາດ​ຢາງ​ໄດ້​ແລ້ວ, ປະລິມານ​ການຜະລິດ​ຢາງພາລາ​ສະ​ເລ່ຍມີ​ປະມານ 4 ໝື່ນ 2 ພັນ​ໂຕນຕໍ່ປີ.

ບົດ​ລາຍ​ງານ​ຂອງກະຊວງ​ການ​ຄ້າ​ກຳ​ປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 9 ຂອງ​ປີ​ນີ້, ປະລິມານ​ການສົ່ງ​ຢາງພາລາອອກ​ໄປ​ຕ່າງປ​ະ​ເທດ​ຂອງກຳປູ​ເຈຍ​ມີ​ປະມານ 3 ໝື່ນ 5 ພັນ​ໂຕນ​, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ມີ 160 ລ້ານ​ໂດ​ລາ, ​ເພິ່ມຂຶ້ນ​ຫຼາຍ​ກວ່າ​​ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້​ຢ່າງ​ຫຼວງ​ຫຼາຍ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ