5ປີ​ຕໍ່ໜ້າສິງກະ​ໂປ​ອາ​ດຈະ​ນຳ​ໜ້າ​ຮົງ​ກົງກາຍ​​ເປັນ​ສູນ​ການ​ເງິນ​ໃນ​ອາຊີ​

(GMT+08:00) 2011-11-29 11:21:52     cri

ຕາມ​ຂ່າວສານ​ຈີນ: ຕາມ​ການ​ສຳ​ຫຼວດຫຼ້າ​ສຸດ​ຂອງ​​ໂຈນ​ສ໌ລັງ​ລາ​ເຊ​ວ(Jones Lang La Salle), ຮອດປີ2016, ສິງກະ​ໂປ​ອາດຈະ​ນຳ​ໜ້າ​ຄູ່ແຂ່ງປະ​ເທດ​ອື່ນໆກາຍ​ເປັນ​ສູນ​ການ​ເງິນຂອງ​ອາຊີ.

ຫວ່າງ​ມໍ່ໆມານີ້, ​ໂຈນ​ສ໌ລັງ​ລາ​ເຊ​ວ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຕໍ່​ຜູ່​ເຂົ້າ​ຮ່ວມ​ທີ່​ມາຈາກ​ອາຊີ, ອົສຕຼາລີ, ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ, ​ໃນ​ເວລາ​ຕອບ​ຄຳ​ຖາມ"​ເມືອງ​ໃດ​ອາດ​ຈະ​ໄດ້​ກາຍ​ເປັນ​ສູນ​ກາ​​ນ​ເງິນ​ອາຊີ​ໃນ 5 ປີ​ຕໍ່ໜ້າ",ມີ​ຜູ່​ໃຫ້​ສຳ​ພາດ 55% ​ເລືອກ​ສິງກະ​ໂປ,​ແລະ 48%​ ​ເລືອກຮົງ​ກົງ. ຈາກການ​ສຳ​ຫຼວດນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດ​ກຳ​ໄລ​ສູງ​ຂອງ​ສິງກະ​ໂປ​ໄດ້​ເພິ່ມຂຶ້ນ​ຫຼາຍ​ຢູ່​ອາຊີ​ອາຄະ​ເນ ​ໂດຍ​ສະ​ເພາະ​ແມ່ນຢູ່​ອິນ​ໂດ​ເນ​ເຊຍ, ​ເຊິ່ງ​ປັດຈຸບັນນີ້, ອິນ​ໂດ​ເນ​ເຊຍ​ພວມ​ຢູ່​ໃນ​ໄລຍະ​ທີ່ເສດຖະກິດກຳລັງເຕີບ​ໂຕ​ຢ່າງ​ແຂງ​ແຮງ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ