ສັນນິບາດ​ອາ​ລັບ​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງໃຫ້​ຊີຣີ​ເຊັນ​ສັນຍາ​ສົ່ງ​ຄະນະ​ຜູ່ສັງ​ເກດ​ການ​ເຂົ້າ​ໄປ​ຊີຣີ

(GMT+08:00) 2011-11-29 14:38:44     cri

ວັນ​ທີ 28 ພະຈິກ​ນີ້, ທ່ານ​ນາ​ບິ​ວ ​ເອວ-ອາຣາບີ ​ເລຂາທິການ​ໃຫຍ່​ສັນນິບາດ​ອາ​ລັບ ຫຼື AL ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງ​ຕໍ່ຊີຣີ​​ໃຫ້ເຊັນ​ສັນຍາ​ກ່ຽວ​ກັບ​ການສົ່ງ​ຄະນະ​ຜູ່ສັງ​ເກດການ​ເຂົ້າ​ໄປ​ໃນ​ຊີຣີ, ​ແລະ​ກ່າວ​ວ່າການ​ເຊັນ​ສັນຍາ​ດັ່ງກ່າວ​ຈະ​​ເຮັດ​ໃຫ້​ຊີຣີ​ໄດ້​ຮັບ​ໂອກາດ​​ໃນ​ການ​​ແກ້​ໄຂ​ວິ​ກິດ​ການ​​ພາຍ​ໃນ​ຂອບ​ເຂດ​ອາລັ​ບ.

ວັນ​ທີ 28 ພະຈິກ​ນີ້, ​ເນື້ອ​ໃນ​ຈົດໝາຍ​ທີ່ທ່ານອາ​ຣາ​ບີ​​ສົ່ງ​ເຖິງທ່ານ​ວາ​ລິດ ອານ ມົວ​ເລ​ມ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ​ຊີຣີຂຽນ​ວ່າ, ການ​ເຊັນ​ສັນຍາ​ສະບັບ​ນີ້​ຈະ​ເຮັດ​ໃຫ້​ສັນນິບາດ​ອາ​ລັບ​ທົບ​ທວນ​ແລະພິຈາລະນາ​ມາດ​ຕະການ​​ໃນ​ການລົງ​ໂທດ​ທາງ​ເສດຖະກິດຕໍ່​ລັດຖະບານ​ຊີຣີ ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສັນນິບາດອາ​ລັບ​​ໄດ້​ຕົກລົງ​ໃນ​ວັນ​ທີ 27 ພະຈິກ​ນີ້, ​ເພາະວ່າການ​ລົ​ງ​ໂທດ​ເຫຼົ່າ​ນີ້​ຈະ​ສ້າງ​ຜົນ​ສະທ້ອນ​​ໃນທາງ​ລົບ​ຕໍ່​ຫຼາຍປະ​ເທດ ​​ເຊິ່ງລວມທັງ​ລີ​ບັງ.

ມື້​ດຽວ​ກັນ,  ພັກ​ເຮັສ​ໂບລາຂອງລີ​ບັງ​ອອກ​ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ສັນນິບາດອາ​ລັບຕົກລົງ​ລົງ​ໂທດ​ຊີຣີທາງ​​ເສດຖະກິດ​​ແມ່ນ​ເລື່ອງ​ທີ່​ອັນຕະລາຍ​ທີ່​ສຸດ, ​​ເປັນ​ການຝ່າຝືນ​ຕໍ່ຫຼັກການ​ທີ່​ອາ​ລັບຈັດ​ຕັ້ງ​ເຄື່ອນ​ໄຫວ​ແລະ​ປະຕິບັດ​ຮ່ວມ​ກັນ, ​ແລະ​ທັງ​ເປັນ​ການຝ່າ​ຝືນ​ກົດໝາຍ ​ແລະ ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ສັນນິບາດອາ​ລັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ