ບໍລິສັດຟິດຈ໌​ເຮັດຕິ​ງປັບປຸງ​ການ​​ເບິ່ງອະນາຄົດໜີ້​ສິນ​ສາທາລະນະຂອງ​ອາ​ເມ​ລິ​ກາ​​ໄປ​ໃນ"ທາງລົບ"

(GMT+08:00) 2011-11-29 16:31:05     cri

ວັນ​ທີ 28 ພະຈິກ​ນີ້, ບໍລິສັດ​ຟິດຈ໌​ເຣັດຕິງ(Fitch Ratings) ​ເຊິ່ງ​ເປັນ​ອົງການປະ​​ເມີນ​ລະດັບ​ສາກົນ​ໄດ້​ປ່ຽນ​ແປງການ​​ເບິ່ງອະນາຄົດຕໍ່ໜີ້​ສິນ​ສາທາລະນະຂອງ​ອາ​ເມ​ລິ​ກາ​ເປັນ"ທາງລົບ". ບໍລິສັດ​ນີ້​ໄດ້ເຕືອນ​​ໃຫ້​ຮູ້​ວ່າ, ຖ້າ​ສະພາ​ອາ​ເມ​ລິ​ກາຫາກຕົກລົງ​ແຜນການຫຼຸດ​ຂຸມ​ການ​ເງິນ​ດ້ານ​ການ​ຄ້າທີ່​ບໍ່​ມີ​ຜົນ, ຟິດຈ໌ກໍ່​ຈະປ່ຽນ​ແປງລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ໜີ້​ສາທາລະນະ​ຂອງ​ອາ​ເມ​ລິ​ກາ​ທີ່​ຢູ່​ໃນ​ລະດັບAAA​ໃຫ້​ຕ່ຳລົງ​ໃນ​ປີ2013.

ມື້​ດຽວ​ກັນ, ບໍລິສັດ​ດັ່ງກ່າວ​ໄດ້​ແຈ້ງວ່າຈະ​ຮັກສາ​ການ​ປະ​ເມີນ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ໜີ້​ສາທາລະນະໄລຍະ​ຍາວ​ຂອງ​ອາ​ເມ​ລິ​ກາ​ໄວ້​ຢູ່​ໃນ​ລະດັບAAA, ​ແຕ່​ຈະ​ມີ​ການ​ປ່ຽນ​ແປງ​ການ​ເບິ່ງ​ອານາ​ຄົດ​ທາງ​ດ້ານ​ໜີ້​ສາທາລະນະຂອງ​ອາ​ເມ​ລິ​ກາ​ຈາກ"ໝັ້ນ​ທ່ຽງ"​ເຖິງ"ທາງລົບ", ສາ​ເຫດຕົ້ນຕໍ​ແມ່ນ​"ຊູ​ເປີ​ຄະນະ​ກຳມະການ"ຂອງສະພາ​ອາ​ເມ​ລິ​ກາບໍ່​ໄ​ດ້ມີ​ຄວາມເປັນ​ເອກະສັນ​ກັນ​ຕໍ່​ແຜນການ​ຫຼຸດ​ຂຸມ​ການ​ເງິນ​ດ້ານ​ການ​ຄ້າທີ່​ເປັນ 1200 ຕື້​ໂດ​ລາ,ຄວາມ​ໝັ້ນ​​ໃຈ​ຂອງຟິດຈ໌​ເຣັດຕິງຕໍ່​ອາ​ເມ​ລິ​ກາ​ໃນ​ດ້ານ​ປະຕິບັດ​ມາດ​ຕະການ​ການ​ເງິນ​ຮັບ​ມື​ກັບ​ບັນຫາ​ການ​ເງິນ​ສາທາລະນະ​ຢ່າງ​ທັນ​ການ ​ແລະ ຮັບປະກັນ​ການ​ປະ​ເມີນ​ຄວາມ​ໜ້າ​ເຊື່ອ​ຖືຕໍ່​ໜີ້​ສາທາລະນະ​ໃນ​ລະດັບAAAຂອງ​ອາ​ເມ​ລິ​ກາ​ນັ້ນ​ພວມ​ຫຼຸ​ດຕ່ຳລົງ".

ປັດຈຸ​ບັນ, ການ​ປະ​ເມີນລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ທາງ​ດ້ານ​ໜີ້​ສາທາລະນະ​ຂອງອາ​ເມ​ລິ​ກາ​ຂອງ​ບໍ​ສິສັດສະ​ແຕນ​ດາດ​ແອນ​ພົວສ໌​(Standard & Poor's Rating Services)ແມ່ນAA+, ການ​ເບິ່ງອະນາຄົດ​ແມ່ນ"ທາງ​ລົບ",ສ່ວນການ​ປະ​ເມີນ​ລະດັບ​ຂອງ​ບໍລິສັດ​ມູດີ​(Moody's Corporation)​ແມ່ນAAA, ການ​​ເບິ່ງອະ​ນາ​ຄົດ​ກໍ່​ແມ່ນ​ເບິ່ງ​ໄປ​ໃນ"ທາງ​ລົບ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ