ກຳປັ່ນ​ບັນທຸກ​ເຮືອບິນຂອງ​ຈີນ​ເດີນ​ເຮືອ​​ເພື່ອດຳ​ເນີນ​ການ​ທົດ​ລອງຄົ້ນຄວ້າ​ທາງວິທະຍາສາດ​ອີກ​ເທື່ອ​ໜຶ່ງ

(GMT+08:00) 2011-11-29 16:43:44     cri

ວັນ​ທີ 29 ພະຈິກ​ນີ້, ກົມຖະ​ແຫຼງຂ່າວຂອງ​ກ​ະຊວງປ້ອງ​ກັນ​ປະ​ເທດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ຫຼັງ​ຈາກກຳປັ່ນ​ບັນທຸກ​ເຮືອບິນຂອງ​ຈີນສຳ​​ເລັດ​ການ​ທົດ​ລອງ​ເດີນ​ເຮືອ​ເປັນ​ເທື່ອ​ທຳ​ອິດ​ໃນ​ເດືອນ​ສິງຫາ​ປີ​ນີ້​ແລ້ວ,ອີງ​ຕາມ​ແຜນການ​ໄດ້​ກັບຄືນ​ເຂົ້າ​ສູ່​ໂຮງງານ​ເພື່ອ​ສືບ​ຕໍ່​​ໃນ​ການ​ສ້ອມ​ແປງ​ ​ແລະ ວັດ​ແທກ, ປັດຈຸບັນ​ການ​ສ້ອມ​ແປງໄດ້​ສຳ​​​ເລັດ​​ແລ້ວ, ​ແລະວັນ​ທີ 29 ພະ​ຈິກ​ນີ້​​ໄດ້​ເດີນ​ເຮືອອີກ​ເທື່ອ​ໜຶ່ງ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ຄົ້ນຄວ້າ​ທາງວິທະຍາສາດ​ທີ່​ກ່ຽວຂ້ອງ.

ໃນ​ລະດູ​ຮ້ອນ​ປີ​ນີ້, ຈີນ​ໄດ້ດັດ​​ແປງກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ເກົ່າ​ທີ່​ມີ​ຊື່​​ເດີມ​ວ່າ"ຫວາ​ລຽງ​ເກີ",​ໃຫ້ກາຍ​ເປັນ​ກຳ​ປັ່ນ​ດຳ​ເນີນ​ການ​ທົດ​ລອງ ​ແລະ ການ​ເຝິກ​ຊ້ອມລຳ​ໜຶ່ງ​ຂອງ​ກອງທັບ​ເຮືອ​ຈີນ. ຜູ່​ຊ່ຽວຊານທາງ​ດ້ານ​ອາວຸດຍຸດ​ໂທ​ປະກອນ​ທາງ​ທະຫານ​ຂອງ​ຈີນ​ເຫັນ​ວ່າ, ຈີນ​ມີ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່ນ​ເພື່ອ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ເທິງ​ທະ​ເລ​ຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ