ກອງ​ປະຊຸມ​ດິນ​ຟ້າ​ອາກາດ​​ເຕີ​ບານຄັ້ງ​ທີ 17 ​ໄຂ​ຂຶ້ນ​ແລ້ວ​ທີ່​ເດີ​ບານ

(GMT+08:00) 2011-11-29 16:47:46     cri

ວັນ​ທີ 28 ພະຈິກ​ນີ້, ກອງ​ປະຊຸມ​ຝ່າຍ​ເຊັນ​"ສົນທິສັນຍາຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ"​ຄັ້ງ​ທີ 17 ກໍ່​ຄືກ​ອງປະຊຸມ​ຝ່າຍ​ເຊັນ​"ອະນຸ​ສັນຍາ​ໂຕ​ກຽວ"ຄັ້ງ​ທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​ເດີ​ບານ ​ເມືອງ​ແຄມ​ຝັ່ງ​ທະ​ເລ​ຂອງ​ອາ​ຟຼິກາ​ໃຕ້.
ນາງຄຼິສທີ​ນາ ຟິ​ເກີ​ລີ ​ເລຂາ​ປະຕິບັດ​ງານ​ຂອງ​ກອງ​ເລຂາ"ສົນທິສັນຍາ"ກ່າວ​ວ່າ,ກົນ​ໄກ"ສອງ​ລະບົບ"ທີ່​ສືບ​ຕໍ່​ປະຕິບັດ"ສົນທິສັນຍາ" ​ແລະ ຮັກສາການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ຈີນ,ອິນ​ເດຍ,​ເບຼຊິນ ​ແລະ ອາ​ຟິຼກາ​ໃຕ້ ​ເ​ຊິ່ງ​ເປັນປະ​ເ​ທດທີ່​ຕາງໜ້າ​ໃຫ້ຫຼັກໝັ້ນຂອງ​ປະ​ເທດ​ພວມ​ພັດທະນາກ່າວ​ເນັ້ນ​ວ່າ, "ອະນຸ​ສັນຍາ"​ແມ່ນ​ພື້ນຖານ​​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດ, ການ​ກຳນົດໄລຍະ​ໃຫ້​ຄຳ​ໝັ້ນ​ສັນຍາ​ໄລຍະ​ທີ​ສອງ​​ໃຫ້​ຈະ​ແຈ້ງແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ເດີບານ.


ໄລຍະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ​ໜຶ່ງ​ທີ່ຜ່ານ​ການຮັບຮອງ​ໃນ"ອະນຸ​ສັນຍາ​ໂຕ​ກຽວ"​ໃນ​ປີ1997​ຈະຮອດ​ເວລາ​ກຳ​ນົດ​ໃນ​ປີ2012. ປະ​ເທດພັດທະນາ​ຈຳນວນ​ໜຶ່ງ​ໄດ້​ສະ​ແດງ​​ເຈດ​ຕະນາ​ວ່າ​ຈະບໍ່​ສະ​ໜັບສະ​ໜູນ​ໄລຍະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ​ສອງ​ແລ້ວ, ສະ​ນັ້ນ, ປັດຈຸບັນ, ຈະ​ມີ​ໄລຍະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ​ສອງ​ຫຼື​ບໍ່​ນັ້ນ​ຍັງ​ບໍ່​ທັນ​ແມ່ນອນ​ເທື່ອ.

ກອງ​ປະຊຸມ​ເດີ​ບານ​ເທື່ອ​ນີ້​ມີ​ແຜນຈະ​ດຳ​ເນີນ​ໄປ​ເປັນ​ເວລາ 12 ວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ