ປາ​ກີ​ສະຖານ​ປະກາດ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບອນ​ເພື່ອ​ປະ​ທ້ວງ​ນາ​ໂຕ

(GMT+08:00) 2011-11-30 10:37:35     cri
ລັດຖະບານ​ປາ​ກີ​ສະຖານ​ປະກາດ​ໃນ​ວັນ​ທີ29​ພະຈິກ​ນີ້​ວ່າ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ບອນ​ກ່ຽວ​ກັບ​ອະນາຄົດ​ຂອງ​ອັຟກາ​ນີສະຖານ​ທີ່​ຈະຈັດ​ຂຶ້ນ​ໃນ​ອາທິດ​ໜ້າ,​ເພື່ອ​​ເປັນ​ການ​ປະ​ທ້ວງ​ຕໍ່​ນາ​ໂຕ​ທີ່​ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່ດ່ານກວດ​ກາ​ທາງ​ການ​ທະຫານ​ຂອງ​ປາ​ກີ​ສະຖານ​ໃນ​ເມື່ອ​ບໍ່​ດົນມາ​ນີ້.

ວັນ​ທີ29​ພະຈິກ​ນີ້,ລັດຖະບານ​ປາ​ກີ​ສະຖານ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ປາ​ກີ​ສະຖານ​ຫວັງ​ວ່າ​ກອງ​ປະຊຸມ​ບອນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ,​ແຕ່​ເນື່ອງ​ຈາກ​ວ່າ ໄດ້ພິຈາລະນາ​ເຖິງ​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການ​ໃນ​ປະຈຸ​ບັນ,ປາ​ກີ​ສະ ຖານ​ຈິ່ງ​ຕັດສິນ​ໃຈບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.ຖະ​ແຫຼ​ງການ​ຍັງ​ແຈ້ງວ່າ,ຄະນະ​ລັດຖະບານ​ປາ​ກີ​ສະຖານ​ກ່າວ​ປະນາມ​ຕໍ່​ນາ​ໂຕທີ່​ສົ່ງ​ຍົນ​ເຮ​ລິ​ກົບ​ແຕ​ຕິດ​ອາ​ວຸດ​ຫຼອນ​ໂຈມ​ຕີ​ດ່ານ​ກວດ​ກາ​ທາງ​ການ​ທະ​ຫານ​ຂອງ​ປາ​ກີ​ສະ​ຖານ​ໃນ​ວັນ​ທີ26​ພະຈິກ​ນີ້​ຊຶ່ງ​ເຮັດ​ໃຫ້​ທະ​ຫານ​ປາ​ກີ​ສະ​ຖານ​ເສຍ​ຊີ​ວິດ​24​ຄົນ,​ຖະ​ແຫຼງ​ການ​ແຈ້ງ​ວ່າ​ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້​ເປັນ​ການ​ລ່ວງ​ລ້ຳ​ເອກ​ກະ​ລາດ​ອະ​ທິ​ປະ​ໄຕ​ຂອງ​ປາ​ກີ​ສະຖານ.

ວັນ​ທີ29​ພະຈິກ​ນີ້,ອາ​ເມ​ລິ​ກາ​ພະຍາຍາມ​ເກ້​ຍກ່ອມໃຫ້​ປາ​ກີ​ສະຖານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບອນ.ທ່ານ​ມາກ ​ໂທ​ເນີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ມື້​ດຽວ​ກັນ​ວ່າ,ກອງ​ປະຊຸມ​ບອນ​ຈະ​ປຶກສາ​ຫາລື​ບັນ​ຫາ​ກ່ຽວ​ກັບ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ອັຟກາ​ນີສະຖານ​ໃຫ້​ມີ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຫຼາຍ​ກວ່າ​ເກົ່າ.ສະ​ນັ້ນ,ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປາ​ກີ​ສະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ