ສະຫະ​ປະຊາ​ຊາດ​ຈັດ​ພິທີ​ລະ​ລຶກ"ວັນ​ສາກົນ​ສະໜັບສະ​ໜູນ​ປະຊາຊົນ​ປາ​ແລັສຕິນ"

(GMT+08:00) 2011-11-30 11:00:46     cri
ພິທີ​ລະ​ລຶກ"ວັນ​ສາກົນ​ສະໜັບສະ​ໜູນ​ປະຊາຊົນ​ປາ​ແລັສຕິນ"ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ29​ພະຈິກ​ນີ້​ຢູ່​ສຳນັກ​ງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ,ຜູ່​​ເຂົ້າ​ຮ່ວມ​ໃນ​ພິທີ​ໄດ້​ຮຽກຮ້ອງ​ໃຫ້​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ເລັ່ງລັດ​ພະຍາຍາມ​ທັບມ້າງ​ສະພາບ​ຢຸດ​ຈຶ້ງ​ຢູ່​ບ່ອນ​ເກົ່າ​ໃນການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ,ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ຜູ່​ນຳ​ຂອງ​ອິສຣາ​ແອນ​ແລະ​ປາ​ແລັສຕິນຈົ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ​ແລະ​ຄວາມ​ຕັດສິນ​ໃຈ​ໃນ​ການ​ສ້າງ​ແຜນການ​ອັນ​ຈິງ​ຈັງ​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ​ແລະ​ແລະ​ຄວາມ​ປອດ​ໄພ,ດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ໂດຍປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ຊ້າ​ສຸດ​ໃຫ້​ໄດ້​ເຊັນ​ສັນຍາ​ໃນ​ທ້າຍ​ປີ2012.

ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ທີ່ຕາງໜ້າ​ລັດຖະບານ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ໄປ​ຍັງ​ພິທີ​ລະ​ລຶກ​ໃນ​ຄັ້ງ​ນີ້.​​ເນື້ອ​ໃນ​​ໂ​ທລະ​ເລກ​ໄດ້​ຂຽນ​ວ່າ,ລັດຖະບານ​ຈີນ​ເດັດດ່ຽວ​ສະໜັບສະ​ໜູນ​ພາລະກິດ​ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ປາ​ແລັສຕິ​ນ​ໃນ​ການ​ຟື້ນ​ຟູ​ສິດທີ່ຊອບ​ດ້ວຍ​ກົດໝາຍ​ຂອງ​ປະຊາ​ຊາດນັ້ນ​ມາ​ໂດຍ​ຕະຫຼອດ.​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະຊາ​ຊາດ,​ຈີນ​ຈະ​ສະ​ໜັບ​ສະ​ໜູນ​ສະ​ຫະ​ປະຊາ​ຊາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ​ຄື​ໄລ​ຍະ​ຜ່ານ​ມາ,​ແລະ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ຫາ​ປາ​ແລັສ​ຕິນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຍຸດ​ຕິ​ທຳ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາ​ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ