​ໃນ​ໄລຍະ"​ແຜນການ​ພັດທະນາ​ເສດຖະກິດ​ສັງ​ຄົມ​5ປີ​ຄັ້ງ​ທີ12" ຂອບ​ຕົວ​ເມືອງ​ສູນ​ການ​ເງິນ​ທີ່​ມີ​ບົດ​ບາດ​ສາ​ກົນ​ຈະ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ຂັ້ນ​ພື້ນຖານ

(GMT+08:00) 2011-11-30 16:46:17     cri

ຕາມ​ຂ່າວCRI: ​ໃນ​ມໍ່ໆ​ມາ​ນີ້, ນະຄອນຫຼວງ​ປັກ​ກິ່ງ​ໄດ້​ປະກາດ​ແຜນການ​ພັດທະນາ​ຂອງ​ຂະ​ແໜງ​ການ​ການ​ເງິນ​ສະບັບ​ໜຶ່ງ, ສະ​ເໜີ​ວ່າ​ໃນ​ໄລຍະ"​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ5ປີ​ຄັ້ງ​ທີ12"ຂອບ​ຕົວ​ເມືອງ​ສູນ​​ການ​ເງິນ​ທີ່​ມີ​ບົດບາດ​ສາ​ກົນ​ຂອງ​​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຈະ​ເປັນ​ຮູບ​ເປັນ​ຮ່າ​ງຂຶ້ນ​​ໃນ​ຂັ້ນ​ພື້ນຖານ.

ອີງ​ຕາມ​ແຜນການ, ຮອດ​​ໄລ​ຍະ​ສຸດ​ທ້າຍ​ຂອງ"​ແຜນການ​ພັດທະນາ5ປີ​ຄັ້ງ​ທີ12", ນະຄອນຫຼວງ​ປັກ​ກິ່ງ​ຈະ​ພະ​ຍາ​ຍາມ​ສ້າງ​ຕະ​ຫຼາດ​ຊື້​ຂາຍ​ລະ​ດັບ​ພັນ​ຕື້​ຢວນ​ແລະ​ລະດັບ​ຮ້ອຍ​ຕື້​ຢວນປະມານ1ຫາ2​ແຫ່ງ. ​ແຕ່ລະ​ປີ​ຈະ​ຈັດ​ກິດຈະ​ກຳ​ການ​ເງິນ​ສາກົນ10ກວ່າ​ຄັ້ງ, ນີ້​ໄດ້​ກາຍ​ເປັນ​ຂໍ້​ສຳຄັນ​ຂອງ​ຕາໜ່າງການ​​ເງິນ​ສາກົນ​ທົ່ວ​ໂລກ. ບໍລິສັດ​ສ້າງ​ຂຶ້ນ​ໃໝ່​ທີ່ຂາຍ​ບັດ​ຫຸ້ນ​ສ່ວນ​ພາຍ​ໃນ​ຫຼື​ຢູ່​ຕ່າງປະ​ເທດ​ຫຼາຍ​ກວ່າ​150​ ກວ່າ​ແຫ່ງ, ມີບໍລິສັດ​ໃຫ້​ເງິນ​ກູ້​ຢືມ​ຈຳນວນ​ໜ້ອຍ80ກວ່າ​ແຫ່ງ, ອັດຕາ​ການ​ລະດົມ​ທຶນ​ໂດຍ​ກົງ​ຕ່ຳກ​ວ່າ​60%​ມາ​ໂດ​ຍ​ຕະ​ຫຼອດ, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ການ​ເງິນ​ໄດ້​ກວມ​ຍອດ​ມູນ​ຄ່າ​ການ​ຜະລິດ​ພາກ​ພື້ນ​ປະມານ14%.

ໃນ​ໄລຍະ"​ແຜນການພັດທະນາ​ເສດຖະກິດ​ສັງຄົມ5ປີ​ຄັ້ງ​ທີ12", ນະຄອນຫຼວງ​ປັກ​ກິ່ງ​ຍັງ​ຈະ​ເລັ່ງລັດ​ການ​ກໍ່ສ້າງ​ສູນ​ການ​ປະດິດ​ສ້າງ​ໃໝ່​ທາງ​ດ້ານ​ການ​ເງິນ​​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ຄົ້ນຄວ້າ​ການ​ຈຳໜ່າຍ​ກອງ​ທຶນ​ການ​ລົງທຶນ​ທີ່​ມອບ​ໝາຍ​ໃຫ້​ພາກສ່ວນ​ອື່ນ​ຂອງ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ, ສ້າງ​ກົນ​ໄກ​ການ​ປະກອບ​ທຶນ​ໄລຍະ​ຍາວ​ຂອງ​ການ​ສ້າງ​ເຮືອນ​ຮັບປະກັນ, ປຸກລະດົມ​ໃນ​​ການ​ປະ​ກັນ​ໄພ​ການ​ຄ້າ​ແລະ​ການ​ສ້າງ​ລະບົບການ​ປະກັນ​ສັງຄົມ​ຫຼາຍ​ລະດັບ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ