ລັດຖະບານ​ຈີນ​ຍິນ​ດີ​ສືບ​ຕໍ່​ສະໜອງ​ການ​ຊ່ວຍ​ເຫຼືອມະນຸດ​ສະ​ທຳ​ໃນ​ການ​ກູ້​ມິນ

(GMT+08:00) 2011-11-30 17:05:44     cri
ວັນ​ທີ 29 ພະຈິກ​ນີ້, ກອງ​ປະຊຸມ​ປະ​ເທດພາຄີ "ສົນທິ​ສັນຍາ​ອັດຕາ​ວາ" ກ່ຽວ​ກັບ​ການ​ຫ້າມ​ນຳ​ໃຊ້​ລະ​ເບີດ​ຄັ້ງ​ທີ 11 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ຄະນະ​ຜູ້​ແທນນັກສັງ​ເກດ​ການ​ຂອງ​ຈີນ​ເຂົ້າ​ຮ່ວມກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ຄ່າງ​ຢົງ, ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ, ຮອງ​ຫົວໜ້າ​ກົມ​ຄວບຄຸມ​ການທະຫານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກ​​ອງ​ປະຊຸມ​ວ່າ, ນັບ​ແຕ່​ປີ 1998 ​ເປັນ​ຕົ້ນ​ມາ, ​ໂດຍ​ຜ່ານ​ການ​ບໍລິຈາກ​ເງິນ, ອົບຮົມ​ພະນັກ​ງານ, ຊ່ວຍ​ເຫຼືອ​ອຸປະກອນ, ຊີ້​ນຳ​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກໂດຍ​ກົງ​ແລະຮູບ​ການ​ອື່ນໆ, ລັດຖະບານ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ທີ່​ມີ​ມູນ​ຄ່າ​​​ເກືອບ 60 ລ້ານ​ຢວນ​ໃຫ້​ແກ່​ປະມານ 40 ປະ​ເທດ​​ໃນອາຊີ, ອາຝຼິກາ​ແລະ​ອາ​ເມ​ລິ​ກາ​ລາ​ຕິນ, ໄດ້ຈັດ​ຕັ້ງ​ການ​ຝຶກ​ອົບຮົມທາງ​ດ້ານ​ເຕັກນິກ​ໃນ​ການ​ເກັບ​ກູ້​ໃຫ້​ພະນັກງານ​ຜູ້​ເຮັດ​ວຽກ​ງານ​ເກັບ​ກູ້​ເຖິງ 400 ກວ່າ​ຄົນ, ຊີ້​ນຳ​ການ​ກູ້​ມິນ 2 ​ແສນ​ກວ່າ​ຕາ​ແມັດ. ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ລັດຖະບານ​ຈີນ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອຕໍ່ຜູ້​ບາດ​ເຈັບ​ຍ້ອນ​ມິນອຸປະຕິ​ເຫດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່ລາວ, ​ເປຣູ​ແລະ​ເອທີ​ໂອ​ປີ. ທ່ານ​ຄ່າງ​ຢົງ​ກ່າວ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ບັນດາ​ປະ​ເທດ​ທີ່​​ເຄີຍ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ, ປະ​ເທດ​ພາຄີ​ຂອງ​ສົນທິ​ສັນຍາ, ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ອົງການ​ທີ່​ບໍ່ສັງກັດ​ລັດຖະບານ​ທີ່​ກ່ຽວຂ້ອງ, ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມມື​ທາງ​ດ້ານ​ມະນຸດ​ສະທຳ, ຊຸກ​ຍູ້​ຂະ​ບວນການ​ຫ້າມການ​ນຳ​ໃຊ້​ລະ​ເບີດ​ສາກົນ.

ກອງ​ປະຊຸມ​ເທື່ອ​ນີ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​ວັນ​ທີ 27 ພະຈິກ​ນີ້, ຈະ​ອັດ​ລົງ​ໃນ​ວັນ​ທີ 2 ທັນວາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ