ຜູ້ບໍລິຫານ​ລະດັບ​ສູງ​ຂອງ​ວິ​ສາ​ຫະກິດ​ເຂັ້ມ​ແຂງ​ 500 ​ແຫ່ງ​ໃນ​ໂລກ​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ກວາງຊີ, ຊອກ​ຫາ​ໂອກາດທຸລະ​ກິດ​ໃໝ່​ຂອງ​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນ

(GMT+08:00) 2011-11-30 17:13:21     cri
ຕາມ​ຂ່າວສານ​ຈີນ: "ກິດຈະກຳບໍລິສັດ​ຂ້າມ​ຊາດຫຼືວິ​ສາ​ຫະກິດ​ທີ່​ເຂັ້ມແຂງ 500 ​ແຫ່ງ​ໃນ​ໂລກ​ທ່ຽວ​ເຂດ​ກວາງຊີ​ຄັ້ງ​ທຳ​ອິດ" ​​ໄດ້ເລີ່​ມຈັດ​ຂຶ້ນ​ຢູ່​ເຂດ​ກວາງຊີ​ໃນ​ວັນ​ທີ 29 ພະຈິກ​ນີ້, ຜູ້ບໍລິຫານ​ລະດັບ​ສູງ​​ແຕ່​ຂັ້ນຮອງ​ຜູ້​ອຳນວຍ​ການຂຶ້ນ​ໄປຈາກ​ວິ​ສາ​ຫະກິດ​ທີ່​ເຂັ້ມແຂງ 500 ​ແຫ່ງ​ໃນ​ໂລກ​ແລະ​ຜູ້​ແທນ​ອົງການ​ຊຸກ​ຍູ້​ການ​ລົງທຶນ​ຈາກ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໄດ້ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ​ນານ​ນິງ, ​ເທດ​ສະ​ບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງກວາງຊີ​ ​ຈີນ, ​ເພື່ອຮ່ວມ​ກັນ​ຊອກ​ຫາ​ໂອກາດ​ທາງ​ດ້ານທຸລະ​ກິດ​ໃໝ່​ໃນ​ການ​ພັດທະນາ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.

ກິດຈະກຳ​ດັ່ງກ່າວ​ແມ່ນ​ຈັດ​ໂດຍ​ກະຊວງ​ການ​ຄ້າ​ຈີນ​​ແລະ​ອົງການ​ປົກຄອງ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງກວາງຊີ, ມີ​ຈຸດປະສົງ​ເພື່ອ​ສ້າງ​ເວທີ​ໃຫ້​ເຂດ​ກວາງຊີ​​ສົນທະນາ​ກັບ​ວິ​ສາ​ຫະກິດ​ຂ້າມ​ຊາດ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ, ​ເຊັ່ນ: ວິ​ສາ​ຫະກິດ​ທີ່​ເຂັ້ມແຂງ 500 ​ແຫ່ງ​ໃນ​ໂລກ​​ເປັນ​ຕົ້ນ, ດຶງ​ດູດການ​ລົງທຶນ​ຈາກ​ເຂົາ​ເຈົ້າ​ເຂົ້າ​ໃນໂຄງການ​ຂະ​ແໜງ​ການ​ລະດັບ​ສູງ​ຢູ່​ເຂດ​ກວາງຊີ​ໂດຍ​ຜ່ານ​ການ​ເຊັນ​ສັນຍາ​ຮ່ວມ​ມື​ໂຄງການ​​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ