ຈີນ​ຍ້ອງ​ຍໍ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ແນວ​ໂຮມ​ເອກ​ກະ​ພາບ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ

(GMT+08:00) 2011-11-30 18:11:01     cri
ວັນ​ທີ 30 ພະຈິກ​ນີ້, ກອງ​ປະຊຸມ​ຍ້ອງຍໍ​ບຸກຄົນ​ພັກ​ປະຊາທິປະ​ໄຕ​ຕ່າງໆ, ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ແລະ​ບຸກຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ​ຂອງ​ຈີນທີ່​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັງຄົມ​ອີ່ມໜຳ​ສຳລານ​ຮອບດ້ານໄດ້​ຈັດຂຶ້ນ​ຢູ່​ປັກກິ່ງ. ​ໃນ​ເວລາ​ພົບ​ປະ​ກັບຜູ້​ແທນທີ່​ເຂົ້າຮ່ວມ​ປະຊຸມ, ທ່ານ​ເຈຍ​ຊີ້​ງລິນ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ບຸກຄົນ​ພັກ​ປະຊາທິປະ​ໄຕ​ຕ່າງໆ, ສະຫະພັນ​ອຸດສາ​ຫະກຳ​ການ​ຄ້າ​ແລະ​ບຸກຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ​ຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່ບໍ່​ມີ​ຫຍັງ​ຈະ​ສາມາດ​ທົດ​ແທນ​ໄດ້​ເຂົ້າ​ໃນ​ການ​ສ້າງ​ສັງຄົມ​ອີ່ມໜຳ​ສຳລານ​ຮອບດ້ານ, ​ແມ່ນ​ກຳລັງ​ແຮງ​ທີ່​ສຳຄັນ​ໃນ​ການຊຸກ​ຍູ້​ພາລະກິດ​ສັງຄົມ​ນິຍົມ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ, ​​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ຂອງ​ຈຸດ​ພິ​ເສດ​ຂອງ​ລະບອບ​ຫຼາຍ​ພັກ​ຮ່ວມ​ມື​ແລະ​ປຶກສາ​ຫາລື​ທາງການ​ເມືອງ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ.

ໃນ​ກອງ​ປະຊຸມ, ທ່ານ​ອີນ​ເວີ້​ຍມິນ, ລັດຖະ​ມົນຕີ​ວ່າການ​ກະຊວງ​ຊັບພະ​ຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ​ຈີນ​ໄດ້​ກ່າວ​ການ​ຕົກລົງ​​ໃນ​ການ​ຍ້ອງຍໍ​​ແນວ​ໂຮມ​ເອກະ​ພາບ, ກະຊວງ​ຊັບພະ​ຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ, ສູນ​ກາງ​ພັກ​ປະຊາ​ທິປະ​ໄຕ​ຕ່າງໆ​ແລະ​ສະຫະພັນ​ອຸດສາ​ຫະກຳ​ການ​ຄ້າ​ແຫ່ງ​ຊາດ. ມີໜ່ວຍ​ງານ 50 ຫົວໜ່ວຍ​ໄດ້ຮັບ​ຄຳ​ຍ້ອງຍໍ​ກຸ່ມ​ຄະນະ​ກ້າວໜ້າ, 150 ຄົນ​ໄດ້ຮັບ​ຄຳ​ຍ້ອງ​ຍໍ​ວ່າເປັນ​ບຸກຄົນ​ກ້າວໜ້າ, ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຍ້ອງ​ຍໍໝາກຜົນ​ໃຫ້​ຄຳ​ສະ​ເໜີ​ດີ​ເດັ່ນ 50 ຢ່າງ, ​ແລະ​ໝາກຜົນ​ບໍລິການ​ສັງຄົມ​ດີ​ເດັ່ນ 50 ຢ່າງ. ຜູ້​ແທນທີ່​ຮ່ວມ​ປະຊຸມ​ໝົດ​ທຸກ​ຄົນ​ໄດ້​ສະ​ເໜີ "ໜັງສື​ຮຽກຮ້ອງ​ໃຫ້​ບຸກຄົນ​ພັກ​ປະຊາທິປະ​ໄຕ​ຕ່າງໆ, ສະຫະພັນ​ອຸດສາ​ຫະກຳ​ການ​ຄ້າ​ແລະ​ບຸກຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ​ຂອງ​ຈີນ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັງຄົມທີ່​ອີ່ມໜຳ​ສຳລານ​ຮອບດ້ານ" ​ໃຫ້ຫຼາຍຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ