ລັດ​ຖະ​ບານ​ຈີນ​ຍົກ​ສູງ​ມາດ​ຖານ​ແຫ່ງ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ່​ທຸກ​ຍາກ​​ແຫ່ງ​ຊາດ

(GMT+08:00) 2011-11-30 17:13:00     cri
ວັນ​ທີ29​ພະຈິກ​ນີ້,ກອງປະຊຸມ​ກ່ຽວ​ກັບວຽກ​ງານຊ່ວຍ​ເຫຼືອ​ເຂດ​ທຸກ​ຍາກ​ແລະ​ປະ​ຊາ​ຊົນ​ຜູ່​ທຸກ​ຍາກ​ຂອງ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​ກອງ​ປະ​ຊຸມ​ຕົກ​ລົງ​ວ່າ,​ຈະ​ປັບ​ລາຍ​ໄດ້​ສຸດ​ທິ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນ​ຈາກ​1274​ຢວນ​ໃນ​ປີ​2010​ຂຶ້ນ​ເປັນ​2300​ຢວນ,​ຊຶ່ງ​ຈະ​ເປັນ​ມາດ​ຖານ​​ໃໝ່​ແຫ່ງ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ່​ທຸກ​ຍາກ​ແຫ່ງ​ຊາດ.​ມາດ​ຖານ​ນີ້​ໄດ້​ພຸ່ງ​ສູງ​ຂຶ້ນ​92%​ເມື່ອ​ທຽບ​ໃສ່​ປີ​2009,​ມີ​ປະ​ຊາ​ຊົນ​ຜູ່​ມີ​ລາຍ​ໄດ້​ຕ່ຳ​ຈຳນ​ວນ​ຫຼາຍ​ກວ່າ​ເກົ່າ​ຖືກ​ຈັດ​ເຂົ້າ​ໃນ​ຂອບ​ເຂດ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ທ່ານ​ຖ່າງໝີ​ນ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ,ຮອງ​ປະທານ​ສະພາ​ມົນຕີ​ປະຈຳ​ມູນ​ນິທິ​ຊ່ວຍ​ເຫຼືອ​ຄວາມ​ທຸກ​ຍາກ​ໂຢ​ເຊິ​ງ​ເຫັນ​ວ່າ,ລັດ​ຖະ​ບານ​ເພີ່ມ​ງົບ​ປະ​ມານ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ່​ທຸກ​ຍາກ​ແລະ​ຍົກ​ສູງ​ມາດ​ຖານ​ແຫ່ງ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ່​ທຸກ​ຍາກ,​ແມ່ນ​ສອດ​ຄ່ອງ​ກັບ​ການ​ປ່ຽນ​ແປງ​ລັກ​ສະ​ນະ​ຂັ້ນ​ຕອນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ​ການ​ພັດ​ທະ​ນາ​ເພື່ອ​ບຳ​ບັດ​ຄວາມ​ທຸກ​ຍາກ,​ແລະ​ທິດ​ທາງ​ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ບຳ​ບັດ​ຄວາມ​ທຸກ​ຍາກ​​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ,​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ພັດ​ທະ​ນາ​ແລ້ວ,​ມາດ​ຖານ​ດັ່ງ​ກ່າວ​ຍັງ​ຈະ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ,​ນີ້​ຈະ​ເຮັດ​ໃຫ້​ຜູ່​ທຸກ​ຍາກ​ຈຳ​ນວນ​ຫຼາຍ​ກວ່າ​ເກົ່າ​ກາຍ​ເປັນ​ຜູ່​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ,​​ແລະ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າດີ​ຂຶ້ນ.

ກອງ​ປະຊຸມ​​ຄັ້ງນີ້​ໄດ້ນຳສະ​ເໜີ​​​ເປົ້າໝາຍ​ລວມຂອງ​​ວຽກ​ງານ​ຊ່ວຍ​ເຫຼືອ​ເຂດ​ທຸກ​ຍາກ​ແລະ​ ປະຊາຊົນ​ຜູ່​ທຸກ​ຍາກ​ໃນ​10​ປີ​ຂ້າງ​ໜ້າ​ຂອງ​ຈີນ,​ຄື:​ຮອດ​ປີ​2020,​ເຮັດ​ໃຫ້​ຜູ່​ທຸກ​ຍາກ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ສາ​ມາດ​ກິນ​ອີ່ມ​ນຸ່ງ​ອຸ່ນ,​ຮັບ​ປະ​ກັນ​ໃຫ້​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ສຶກ​ສາ​ພາກ​ບັງ​ຄັບ,​ການ​ປິ່ນ​ປົວ​ພະ​ຍາດ​ພື້ນ​ຖານ​ແລະ​ມີ​ເຮືອນ​ຢູ່.​ນອກ​ນີ້,​ຍັງ​ຈະ​ເຮັດ​ໃຫ້​ລະ​ດັບ​ການ​ເພີ່ມ​ຂຶ້ນ​ຂອງ​ລາຍ​ໄດ້​ສຸດ​ທິ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ທຸກ​ຍາກ​ສູງ​ກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ,​ດັດ​ຊະ​ນີ​ພື້ນ​ຖານ​ຂອງ​ຂົງ​ເຂດ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ໃກ້​ກັບ​ລະດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ,​ຫັນ​ປ່ຽນ​ລະ​ດັບ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ​ຂະ​ຫຍາຍ​ກວ້າງ​ອອກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ