ການ​ເຈ​ລະ​ຈາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​2​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2011-11-30 17:50:16     cri
ວັນ​ທີ30​ພະຈິກ​ນີ້,ທ່ານ​ເກີ​ງຢັ້ນ​ເຊີ່ງ,​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ,​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​2​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ11​ຫາ​ວັນ​ທີ​14​ທັນ​ວາ​ປີ​ນີ້.

ຫົວ​ຂໍ້ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ"ຈີນ​ກັບ​ອາ​ຊຽນ:ຄວາມ​ປອດ​ໄພ,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ຮ່ວມ​ມື".​ຜູ່​ຕາງ​ໜ້າ​ພາກ​ສ່ວນ​ປ້ອງ​ກັນ​ແລະ​ອົງ​ການ​ຄົ້ນ​ຄວ້າ​ວຽກ​ງານ​ປ້ອງ​ກັນ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ພ້ອມ​ດ້ວຍ​ຜູ່​ແທນ​ມາ​ຈາກ​ຄະ​ນະ​ເລ​ຂາ​ອາ​ຊຽນ​ຈະ​ມາ​ເຂົ້າ​ຮ່ວມ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ