ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ເອຢິບ​ສິ້ນ​ສຸດ​ການປ່ອນ​ບັດ​ໄລຍະ​ທີ​ໜຶ່ງ

(GMT+08:00) 2011-11-30 11:03:47     cri

ຕອນ​ຄ່ຳ​ວັນ​ທີ 29 ພະຈິກ​ນີ້, ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ເອຢິບ​​ໄດ້ສິ້ນ​ສຸດ​ການປ່ອນ​ບັດ​ໄລຍະ​ທີ​ໜຶ່ງ, ນີ້​​ແມ່ນ​ການ​ເລືອກ​ຕັ້ງ​ສະພາ​ເທື່ອ​ທຳ​ອິດ​​ໃນ​ເອຢິບ​ພາຍຫຼັງ​ທີ່​ທ່ານ​ໂຮ​ສນີ ມູບາ​ຣັກ ອະດີດ​ປະທານາທິບໍດີພົ້ນ​ຈາກຕຳ​ແໜ່​ງ.ຜົນ​ສະຖິຕິ​ຈາກ​ສື່​ມວນ​ຊົນ​ເອຢິບ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ປ່ອນ​ບັດ​ໄລຍະ​ທີ​ໜຶ່ງ​ສູງ​ກວ່າ 70%, ພ້ອມ​ກັນ​ນັ້ນ, ປະກົດ​ການສໍ້​​ໂກງການ​ເລືອກ​ຕັ້ງ ​ແລະ ການ​ກໍ່​ຄວາມ​ວຸ້ນວາຍ​ໃນສະຖານ​ທີ່​ປ່ອນ​ບັດ​ນັ້ນ​ໄດ້​ມີໜ້ອຍທີ່ສຸດ.

ມື້​ດຽວ​ກັນ, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໄດ້ອອກ​ຖະ​ແຫຼ​ງການ​​ໂດຍ​ຜ່ານ​ໂຄສົກ​ປະຈຳ​ສະຫະ​ປະຊາ​ຊາດ, ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຄວາມ​ຕັດສິນ​ໃຈ​ທີ່​ຊຸກ​ຍູ້​ການ​ປະ​ຕິຮູບ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ຂອງ​ປະຊາຊົນ​ເຢອິບບັນລຸ​ຜົນ​ເປັນ​ຈິງ, ​ແລະ​ຍ້ອງຍໍເອຢິບ​ທີ່​ໄດ້ປະກອບສ່ວນ​​​ເຂົ້າ​​ໃນ​ການຫັນ​ປ່ຽນ​ຮູບແບບ​ປະຊາທິປະ​ໄຕ​ຂະໜາດ​ໃຫຍ່​ຢູ່​​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກາ​ເໜືອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ