ຕຳຫຼວດອີຣານຈັບ​ຜູ່ປະ​ທ້ວງ​ທີ່​ໂຈ​ມຕີສຳນັກງານສະມາຄົມ​ວັດທະນະທຳ​ອັງກິດ​ປະຈຳ​ອີຣານ

(GMT+08:00) 2011-11-30 11:41:15     cri

ສື່​ມວນ​ຊົນ​ອີຣານລາຍ​ງານ​ວ່າ, ວັນ​ທີ 29 ພະ​ຈິກ​ນີ້, ຕຳຫຼວດ​ເຕ​ເຮຣານຂອງ​ອີຣານ​ໄດ້​ຈັບຜູ່ປະ​ທ້ວງ​ 12 ຄົນທີ່​ໂຈ​ມຕີສຳນັກງານສະມາຄົມ​ວັດທະນະທຳ​ອັງກິດ​ປະຈຳ​ອີຣານ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ອີຣານອອກ​ຖະ​ແຫຼ​ງການ ສະ​ແດງ​ຄວາມ​​ເສຍ​ໃຈ​ຕໍ່​ເຫດການ​ທີ່​ມີ​ຜູ່​ປະ​ທ້ວງ​ຈຳນວນ​ໜຶ່ງໂຈມ​ຕີ​ສະຖານທູດ​ອັງກິດ​ປະຈຳ​ອີຣານ. ຖະ​ແຫຼ​ງການ​ກ່າວ​ເນັ້ນ​ວ່າ, ການ​ໂຈມ​ຕີ​ສະຖານທູດ​ຕ່າງປະ​ເທດ​ແມ່ນ​ການ​ກະທຳ​ທີ່"ບໍ່​ສາມາດ​ຮັບ​ເອົາ​ໄດ້", ກະຊວງ​ການ​ຕ່າງປະ​ເທດ​ອີຣານຈະ​ແກ້​ໄຂ​​ເຫດການ​​ເທື່ອ​ນີ້​ໂດຍ​ທາງ​ກົດໝາຍ.

ໂດຍ​ແນ​ໃສ່​ເຫດການ​ເທື່ອ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ອາ​ເມ​ລິ​ກາ ​ແລະ ອັງກິດ​ຕ່າງ​ໄດ້​ອອກ​ຖະ​ແຫຼ​ງການ​ກ່າວ​ປະນາມ. ຖະ​ແຫຼ​ງການ​ອາ​ເມ​ລິ​ກາ​ຂຽນ​ວ່າ, ກະຊວງ​ການຕ່າງປ​ະ​ເທດ ​ກັບ ລັດຖະບານ​ອັງກິດ​​ຮັກສາ​ຕິດ​ຕໍ່​ກັນ​ຢ່າງ​ໃກ້ຊິດ, ກຽມ​ສະໜອງ​ການ​ຊ່ວຍ​ເຫຼືອ​ຕໍ່ປະ​ເທດ​ພັນທະ​ມິດ​ໃນ​​ເວລາ​ທີ່​ທຸກ​ຍາກ​ລຳບາກ.​ວັນ​ທີ 29 ພະຈິກ​ນີ້, ນັກ​ສຶກສາ ​ແລະ ມວນ​ຊົນ​ຫຼາຍ​ພັນ​ຄົນ​ໃນນະຄອນຫຼວງ​ເຕ​ເຮ​ຣານໄດ້​ຈັດ​ງານ​ຊຸມນຸມປະ​ທ້ວງຢູ່​ໜ້າ​ປະຕູ​ສະຖານທູດ​ອັງກິດ​ປະຈຳ​ອີຣານ, ​ເພື່ອປະ​ທ້ວງ​ທີ່ລັດຖະບານ​ອັງກິດ​ປະຕິບັດ​ມາດ​ຕະການ​ລົງ​ໂທດ​ຝ່າຍ​ດຽວ​ຕໍ່​ອີຣານ​ໃນ​​ເມື່ອ​ບໍ່​ດົນ​ມາ​ນີ້. ມື້​ດຽວ​ກັນ, ຜູ່​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ຍັງ​​ໄດ້​ຈັດ​ໂຮມ​ຊຸມນຸມ​ປະ​ທ້ວງຢູ່​ສຳນັກງານສະມາຄົມ​ວັດທະນະທຳ​ອັງກິດ​ປະຈຳ​ອີຣານ​ແລະ​ມີນັກ​ສຶກສາ​ຈຳນວນ​ໜຶ່ງ​ໄດ້​ບຸກ​ເຂົ້າ​ໃນ​ອາຄານ​ຂອງ​ສຳນັກງານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ