ຈີນປະກາດ​ຈະ​ຫຼຸດອັດຕາ​ເງິນ​ຝາກຄັງ​ສຳຮອງ​​ເປັນ​ເທື່ອ​ທຳ​ອິດ​ໃນ​3​ປີ​ຜ່ານ​ມາ

(GMT+08:00) 2011-12-01 11:06:59     cri
ທະນາຄານ​ປະຊາຊົນ​ຈີນ​ປະກາດ​ໃນ​ວັນ​ທີ30​ພະຈິກ​​ຜ່ານ​ມາ​ວ່າ,​ເລີ່​ມ​ແຕ່​ວັນ​ທີ5​ທັນວາ​ປີ2011​ນີ້​ເປັນ​ຕົ້ນ​ໄປ,ຫຼຸດ​ອັດຕາ​ເງິນ​ຝາກ​ຄັງ​ສຳຮອງ​ເງິນ​ຢວນຂອງ​ສະ​ຖາ​ບັນ​ການ​ເງິນ​ປະ​ເພດເງິນຝາກ​ໃຫ້​ຕ່ຳລົງ0,5%.

ພາຍຫຼັງ​ປັບປຸງ​ແລ້ວ,ສະ​ຖາ​ບັນ​ການ​ເງິນ​ຂະໜາດ​ໃຫຍ່​ຂອງ​ຈີນ​ຈະ​ປະຕິບັດ​ອັດຕາ​ເງິນ​ຝາກ​ຄັງ​ສຳຮອງ​ເປັນ21%,ສ່ວນ​ສະ​ຖາ​ບັນ​ການ​ເງິນ​ຂະໜາດ​ກາງ​ແລະ​ນ້ອຍ​ແມ່ນ17,5%.

ບໍລິສັດ​ຫຼັກ​ຊັບ​ຈີນ​ວິ​ເຄາະ​ແລ້ວ​ເຫັນ​ວ່າ,ກ່ອນ​ໜ້າ​ນີ້,ຢູ່ຈີນ​ມີ​ທະນາຄານ​ຮ່ວມ​ມື​ຊົນນະບົດ20​ກວ່າ​ແຫ່ງ​ໄດ້​ຟື້ນ​ຟູ​ການ​ປະ​ຕິ​ບັດ​ອັດ​ຕາ​ເງິນ​ຝາກ​ຄັງ​ສຳ​ຮອງ​ຕາມ​ປົກ​ກະ​ຕິ​ແລ້ວ​ຊຶ່ງ​ເປັນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ​ທະ​ນາ​ຄານ​ກາງ​ຈີນ​ຈະ​ໃຊ້​ມາດ​ຕະ​ການ​ເພື່ອ​ຜ່ອນ​ຄາຍ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ເງິນ​ທຶນ​ຂອງ​ຕະ​ຫຼາດ​ເງິນ​ຕາ​ໃນ​ປະຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ