ໄທ​ຫຼຸດ​ອັດຕາ​ດອກ​ເບັ້ຍພື້ນຖານ​ເພື່ອ​ຮັບ​ມື​ກັບຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ

(GMT+08:00) 2011-12-01 11:50:54     cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ​ໄພ​ນ້ຳ​ຖ້ວມ​ຄັ້ງຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ50​ກວ່າ​ປີ​ຜ່ານ​ມາໄດ້​ເຮັດ​ໃຫ້​ທະ​ນາ​ຄານ​ກາງ​ຂອງ​ໄທ​ປ່ຽນ​ທິດ​ທາງ​ນະ​ໂຍບາຍ.​ວັນ​ທີ30​ພະຈິກ​ແລ້ວ​ນີ້,ທະນາຄານ​ກາງຂອງ​ໄທ​ໄດ້​ປະກາດ​ປັບ​ອັດຕາ​ດອກ​ເບັ້ຍ​ພື້ນ​ຖານ​ໃຫ້​ຕ່ຳ​ລົງ​0,25%ຄືຫຼຸດ​ລົງ​ເຖິງ3,35%.ນີ້​ແມ່ນ​ທະນາຄານ​ກາງຂອງ​ໄທ​ຫຼຸດ​ອັດຕາ​ດອກ​ເບັ້ຍ​ເປັນ​ເທື່ອ​ທຳ​ອິດ​ໃນ​ໄລຍະ2​ປີ​ຜ່ານ​ມາ.​ທະ​ນາ​ຄານ​ກາງ​ໄທ​ກ່າວ​ວ່າ,ການ​ຫຼຸດ​ອັດຕາ​ດອກ​ເບັ້ຍ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ເສດຖະກິດ​ແລະ​​ສ້າງ​ຄວາມ​ໝັ້ນໃຈ.

ໄພ​ນ້ຳ​ຖ້ວນຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ທີ່ແກ່ຍາວ​ມາ​ເປັນ​ເວລາ4​ເດືອນ​ກວ່າ​ໄດ້​ເຮັດ​ໃຫ້​600ກວ່າ​ຄົນ​ເສຍ​ຊີວິດ,​ເຂດ​ອຸດສາຫະກຳ​ຫຼາຍ​ແຫ່ງ​ຖືກ​ນ້ຳ​ຖ້ວມ,​ໂຮງຈັກ​ໂຮງງານ​ຫຼາຍໆ​ແຫ່ງ​ຢຸດ​ການ​ຜະລິດ,​ເສດຖະກິດ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.​ໄພນ້ຳ​ຖ້ວມ​ຢູ່​ໄທ​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ໜັກໜ່ວງ​ຕໍ່​ອຸດສາຫະກຳ​ຫຼາຍ​ຂະ​ແໜງ​ຊຶ່ງ​ເປັນ​ຂອດ​ສຳຄັນ​ທີ່​ສຸດ​ໃນຕ່ອງໂສ້​ອຸດສາຫະກຳ​ໃນ​ທົ່ວ​ໂລກ​ເຊັ່ນ​ອຸດ​ສາ​ຫະ​ກຳ​ລົດ​ຍົນ,​ເຄື່ອງ​ປະກອບ​ຊີ້ນ​ສ່ວນ​ຄອມ​ພິວ​ເຕີ້,ຜະລິດ​ຕະພັນ​ກະສິກຳ​ແລະ​ອື່ນໆ.​ເຈົ້າ​ໜ້າ​ທີ່​ທະນາຄານ​ພັດທະນາ​ອາຊີ​ຫຼືADBກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ,ຜົນ​ກະທົບ​ຈາກໄພນ້ຳ​ຖ້ວມ​ອາດ​ຈະ​ແກ່ຍາວ​​ໄປ​ຮອດ​ປີໜ້າ​ເປັນ​ເວລາຍາວ​ສົມຄວນ.ທ່ານ​ກ່າວ​ວ່າ,ຄວາມ​ຮ້າຍ​ແຮງ​ຈາກໄພ​ນ້ຳ​ຖ້ວມ​ຢູ່​ໄທ​ທີ່ສົ່ງ​ຜົນ​ກະທົບ​ເຖິງ​ຕາໜ່າງ​ເຄືອ​ຂ່າຍ​ການ​ຜະລິດ​ຂອງ​ອາຊີ​ນັ້ນ​ອາດ​ຈະ​ຮ້າຍ​ແຮງ​ກວ່າ​ຜົນ​ກະທົບຈາກ​ແຜ່ນດິນ​ໄຫວ​,ຄື້ນຊືນະມິແລະ​ໂຮງ​ໄຟຟ້າ​ນີວ​ເຄຼຍຮົ່ວ​ໄຫຼ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ມີນາ​ປີ​ນີ້.

ຂໍ້​ມູນຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ມູນ​ຄ່າ​ການ​ຜະລິດ​ທາງ​ດ້ານ​ອຸດສາຫະກຳ​ແລະ​ຕົວ​ເລກ​ດັດຊະນີຄວາມ​ເຊື່ອ​ຖື​ຂອງ​ຜູ່​ບໍລິ​ໂພ​ກ​ຂອງ​ໄທໃນເດືອນ​ຕຸລາ​ປີ​ນີ້​ໄດ້​ຫຼຸດ​ລົງ​ເຖິງ​ລະດັບ​ຕ່ຳ​ສຸດ​ໃນຮອບ10​ປີຜ່ານມາ.ທະນາຄານ​ກາງຂອງ​ໄທ​ຄາດ​ຄະ​ເນ​ວ່າ,​ເສດຖະກິດ​ໄທ​ໃນ​ໄຕ​ມາດ​ທີ4ຂອງ​ປີ​ນີ້​ຈະ​ຫຼຸດ​ລົງ3,7%.ສະ​ນັ້ນ,ທະນາຄານ​ກາງຂອງ​ໄທ​ຈິ່ງ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ຫຼຸດ​ອັດຕາ​ດອກ​ເບັ້ຍ​ເພື່ອ​​ເປັນ​ການ​ຊ່ວຍ​ຊູ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ.

ປະຈຸ​ບັນ,ນ້ຳ​ຖ້ວມ​ຢູ່​ເຂດ​ປະສົບ​ໄພ​ບາງ​ແຫ່ງຂອງ​ໄທ​ໄດ້​ບົກ​ແຫ້ງ​ລົງ​ແລ້ວ,ລັດຖະບານ​ໄທ​ເລີ່​ມປະຕິບັດ​ການວາງ​ແຜນ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ນ້ຳ​ຖ້ວມ.ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ໄດ້​ມີ​ແຜນການ​ຈະ​ໃຊ້ງົບປະມານ130​ຕື້​ບາດ​ເຂົ້າ​ໃນ​ການ​ສ້າງສາ​ຄືນ​ໃໝ່​ແລະ​ການ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ.ສຳນັກງານ​ທະນາຄານ​ໂລກ​ປະຈຳ​ໄທ ​ໄດ້​ສຳ​ຫຼວດ26ຈັງຫວັດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ ​ແລ້ວ​ຊີ້ອອກວ່າ,​ໄທ​ຕ້ອງ​ໃຊ້​ເວລາ​ເຖິງ2​ປີ​ຈິ່ງຈະ​ສາມາດ​ສຳ​ເລັດ​ການ​ສ້າງສາ​ຄືນ​ໃໝ່​ໄດ້,ຄາດ​ວ່າ​ຈະ​ໃຊ້​ງົບ​ປະ​ມານ​ເຖິງ​755​ຕື້​ບາດ.

ນັກ​ຄົ້ນຄວ້າ​ເສດຖະກິດ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ,​ໄທ​ພວມ​ປະ​ເຊີນ​ໜ້າ​ກັບ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ໃນ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ນ້ຳ​ຖ້ວມ​ແລະ​ຮຳບາດ​ແຜ,ການ​ຫຼຸດ​ອັດຕາ​ດອກ​ເບັ້ຍ​ຈະ​ຊ່ວຍ​​ເສດຖະກິດ​ຂອງ​ໄທ​ໃຫ້​ຟື້ນ​ຕົວ​ພາຍຫຼັງ​ໄພ​ນ້ຳ​ຖ້ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ