ຈີນ​ອາ​ເມ​ລິ​ກາ​ຈະ​ຈັດການ​ປຶກສາ​ຫາລື​ວຽກ​ງານ​ປ້ອງ​ກັນຊາ​ດຂອງ​ກະຊວງ​ປ້ອງ​ກັນປະ​ເທ​ດຄັ້ງ​ທີ12

(GMT+08:00) 2011-12-01 14:12:08     cri

ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ30​ພະຈິກ​ແລ້ວ​ນີ້, ທ່ານ​ເກີ​ງ​ເຢ້ນ​ເຊີ່ງ, ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ມາ​ຊ່ຽວທ່ຽນ, ​ຮອງ​ເສນາ​ທິການ​ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ທ່ານ​ມີ​ເຊ​ວ ຟຼູນອຍ, ລັດຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​ຈະ​ເປັນ​ປະທານຮ່ວມ​ໃນ​ກອງ​ປະຊຸມປຶກສາ​ຫາລື​ວຽກ​ງານ​ປ້ອງ​ກັນ​ຊາດ​ລະຫວ່າງ​ກະ​ຊວງ​ປ້ອງ​ກັນປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາຄັ້ງ​ທີ12​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ7​ທັນວາ​ນີ້​ຢູ່​ນະຄອນຫລວງ​ປັກ​ກິ່ງ.

ສ່ວນ​ການ​ສົນທະນາ​ປຶກສາ​ຫາລື​ວຽກ​ງານ​ປ້ອງ​ກັນຊາ​ດ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ​-ອາ​ຊຽນຄັ້ງ​ທີ2​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ11​ຫາ​ວັນ​ທີ14​ທັນວາ​ນີ້ຢູ່​ນະຄອນຫລວງ​ປັກ​ກິ່ງ. ຫົວ​ຂໍ້​ຂອງການ​ສົນທະນາ​ຄັ້ງ​ນີ້​ແມ່ນ "ຈີນ​ແລະ​ອາ​ຊຽນ: ຄວາມ​ໝັ້ນຄົງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື".ການ​ສົນ​ທະນາ​ຄັ້ງ​ນີ້​ຈະ​ມີ​ຜູ້​ຕາງ​ໜ້າ​ທີ່​ມາ​ຈາກ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາດ​ແລະອົງການ​ຄົ້ນ​ຄວ້າ​ວຽກ​ງານ​ປ້ອງ​ກັນຊາ​ດຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກ​ກອງເລຂາ​ອາ​ຊຽນເຂົ້າ​ຮ່ວມ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ