ອີ​ຣານຈະຕອບ​ໂຕ້ອັງກິດທີ່​ຂັ​ບ​ໄລ່ເຈົ້າ​ໜ້າ​ທີ່​ການ​ທູດ​ອີຣານອອກ​ຈາກ​ປະ​ເທດ

(GMT+08:00) 2011-12-01 14:17:46     cri

ວັນ​ທີ30​ພະຈິກ​ແລ້ວ​ນີ້, ທ່ານ ຣາມີນ ​ເມ​ມານປາຣັສ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ​ໄດ້​ອອກຖະ​ແຫລ​ງການ​ວ່າ, ລັດຖະບານ​ອັງກິດຂັບ​ໄລ່ເຈົ້າ​ໜ້າ​ທີ່​ການ​ທູດອີຣານທັງໝົດ,​ແລະ​ປິດ​ສະ​ຖານ​ທູດ​ອີຣານປະ​ຈໍາ​ອັງກິດ​ແມ່ນ​ການ​ກະທໍາ​ທີ່ຫຍໍ້​ທໍ້, ​ແລະບໍ່​ໄດ້​ພິຈາລະນາ​ຢ່າງຮອບ​ຄອບ,ອີຣານຈະ​ຕອບ​ໂຕ້​ຄືນ​ຢ່າງ ແນ່​ນອນ. ທ່ານ​ກ່າວ​ວ່າ, ລັດຖະບານ​ອັງ ກິດ ມີໜ້າ​ທີ່​ຮັບ ຜິດ​ຊອບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊັບ​ສິນ​ຂອງ​ສະຖານທູດ​ອີຣານປະ​ຈໍາ​ອັງກິດ.

ກ່ອນ​ໜ້າ​ນີ້1​ວັນ, ຢູ່​ນະຄອນຫລວງ​ເຕ​ເຮ​ຣານ​ຂອງ​ອີຣານ, ມີ​ນັກ​ສຶກສາ​ແລະ​ປະ​ຊາ​ຊົນ​ຫລາຍ​ພັນ​ຄົນບຸກ​ເຂົ້າ​ສະຖານທູດ​ອັງກິດ​ປະ​ຈໍາ​ອີຣານ,​ແລະສໍານັກ ງານ ການ​ທູດ​ຂອງ​ອັງກິດ​ອີກ​ແຫ່ງ​ໜຶ່ງ, ​ໄດ້​ທໍາລາຍ​ເຄື່ອງ​ຂອງ​ແລະ ຈູດ ໄຟ ເຜົາ​ທຸງ ຊາດ​ອັງ ກິດ. ສໍາ ລັບ​ເລື່ອງ​ນີ້, ທ່ານ​ວີ​ລຽມ ຮາ​ເກີ, ລັດ ຖະມົນ​ຕີ​ວ່າ ການ​ກະ ຊວງ​ການ​ຕ່າງປະ​ເທດ​ອັງ ກິດ​ກ່າວ​ໃນ​ວັນ​ທີ30​ພະ  ຈິກ​ແລ້ວ​ນີ້​ວ່າ, ອັງ ກິດ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ການທູດອີ ຣານປະ​ຈໍາ​ອັງກິດ​ທັງ​ໝົດ​ອອກ​ຈາກ​ອັງກິດ​ພາຍ​ໃນ48​ຊົ່ວ​ໂມງ, ​ແລະ​ປິດ​ສະຖານທູດອີຣານປະ​ຈໍາ​ອັງກິດ ໃນ​ທັນທີ,​ແຕ່​ການ​ຕັດ ສິນ​ໃຈນີ້​ບໍ່ ແມ່ນ​ຢຸດຕິ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ປະ ຈຸ​ບັນ, ອັງ ກິດ​ໄດ້​ປິດ​ສະຖານທູດ​ອີຣານປະ​ຈໍາ​ອັງກິດ, ​ແລະ ຖອນ​ເຈົ້າ​ໜ້າ​ທີ່​ການທູດທັງ​ໝົດ​ອອກ.

ໃນ​ວັນ​ທີ30​ພະຈິກ​ແລ້ວ​ນີ້, ​ກະຊວງ​ການ​ຕ່າງປະ​ເທດ​ຂອງເຢຍລະ​ມັນ, ຝະຣັ່ງ​ແລະ​ໂຮ​ນລັງ​ໄດ້​ອອກ​ຖະ​ແຫລ​ງການ​ແລະ​ແຈ້ງ​ການ, ຮຽກ​ເອກ​ອັກຄະ​ລັດ ຖະ ທູດ​ຂອງ​ຕົນ​ປະ​ຈໍາ​ອີຣານກັບ​ຄືນ​ປະ​ເທດ, ​​ເພື່ອ​ປະ​ທ້ວງ ຕໍ່​ເລື່ອງ​ທີ່ປະ ຊາ ຊົນ​ອີ ຣານ ບຸກ​ເຂົ້າ​ສະ ຖານທູດ​ອັງກິດ​ປະ​ຈໍາ​ອີຣານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ