ຊີ​ຣີປ່ອຍ​ໂຕ​ຜູ້​ປະ​ທ້ວງ900​ກວ່າ​ຄົນ

(GMT+08:00) 2011-12-01 16:12:36     cri

ຂ່າວສານ​ຊີຣຽນອາຣັບລາຍ​ງານ​ວ່າ, ວັນ​ທີ30​ພະ​ຈິກ​ແລ້ວນີ້, ລັດຖະບານ​ຊີຣີ​ໄດ້​ປ່ອຍ​ໂຕ​ຜູ້​ເດີນ​ຂະ​ບວນປະ​ທ້ວງ​ຕໍ່​ຕ້ານລັດ​ຖະບານ912ຄົນ​ແລ້ວ.

ອີງ​ຕາມ​ມາດ​ຕະການ​ລົງ​ໂທດ​ຂອງ​ສັນນິບາດ​ອາ​ລັບ​ທີ່ມີ​ຕໍ່​ຊີຣີ, ​ໃນ​ມື້​ດຽວ​ກັນ, ບໍລິສັດ​ການບິນ​ຫລາຍ​ແຫ່ງ​ຂອງ​ສະຫະລັດ​ອາ​ລັບ​ເອມີ​ເລດ​ໄດ້​ຢຸດຕິ​ຖ້ຽວ​ບິນ​ທີ່ບິນ​ໄປ​ຊີ​ຣີ​ເປັນການ​ຊົ່ວ​ຄາວ.

ວັນ​ທີ29​ພະ​ຈິ​ກ​ແລ້ວ​ນີ້, ທ່ານ​ນາ​ບິວ ​ເອວອາຣາ​ບີ, ​​ເລຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ລັບ​ກ່າວ​ວ່າ, ທ່ານ​ຍິນ​ດີເຈ​ລະ​ຈາ​ກັບ​ທ່ານ​ວາ​ລິດ ອັນ ມູອາ​ເລມ, ລັດຖະມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງປ​ະ​ເທດ​ຊີຣີ​ໃນ​ທຸກ​ເວລາ, ​ແລະ​ກ່າວ​ວ່າ​ສັນນິບາດ​ອາ​ລັບ​ໄດ້​ກຽມພ້ອມ​ຢຸດຕິ​ການລົງ​ໂທດ​ຕໍ່ຊີຣີ​ໃນ​ທັນທີ​ພາຍ​ຫລັງ​ຊີ​ຣີລົງ​ນາມ​ໃນ​ສັນຍາ​ທີ່​ອ​ະນຸຍາດ​ໃຫ້​ສັນນິບາດ​ອາ​ລັບ​ສົ່ງຄະ​ນະ​ຜູ້ສັງ​ເກດ​ການ​ເຂົ້າ​ໄປ​ໃນ​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ