ຄະ​ນະ​ຜູ້​ແທນ​ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ​ທິ​ການ​ແລະ​ກິ​ລາ​ແຫ່ງ ສປປ ລາວ

(GMT+08:00) 2011-12-01 17:31:09     cri

ໃນ​ຕອນ​ແລງ​ຂອງ​ວັນ​ທີ 1 ທັນ​ວາ 2011 ນີ້ ຢູ່​ທີ່ ກະຊວງ​ສຶກສາ​ທິ​ການ​ແລະ​ກິ​ລາ​ແຫ່ງ ສ ປປ ລາວ. ທ່ານ ລິວ​ເຜິງ,​ຫົວ​ໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ແລມ​ປິກ ຈີນ​ພ້ອມ​ດ້ວຍ​ຄະນະ​ໄດ້​ຮັບ​ກຽດ​ເຂົ້າ​ພົບ​ປະ ທ່ານ ດຣ ພັນ​ຄຳ ວິພາ​ວັນ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ສຶກ​ສາ​ທິ​ການ​ແລະ​ກິ​ລາ, ປະທານ​ຄະ​ນະ​ກຳ​ມະ​ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ​ໃນ​ໂອ​ກາດ​ທີ່​ມາ​ຢ້ຽ​ມຢາມ​ແລະ​ເຮັດ​ວຽກ​ຢູ່​ລາວ​ເປັນ​ເວລາ 2 ວັນ. ຈຸດ​ປະ​ສົງ​ຂອງ​ການ​ມາ​ຢ້ຽມ​ຢາມ​ລາວ​ໃນ​ຄັ້ງ​ນີ້​ກໍ​ແມ່ນ​ເພື່ອ​ປຶກ​ສາ​ຫາ​ຫຼື​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ກິລາ, ປຶກສາ​ຫາລື​ກ່ຽວກັບ​​ສັນຍາ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ກິ​ລາ​ທີ່​ໄດ້​ເຊັນ​ໃນ​ງານ​ກິລາ​ໂອ​ແລມປິກ​ປັກ​ກິ່ງ 2008.

ໃນ​ການ​ພົບ​ປະ​ຄັ້ງ​ນີ້​ຝ່າຍ​ລາວ​ໄດ້​ກ່າວ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ແລະ​ກ່າວ​ຊົມ​ເຊີຍຕໍ່​ຜົນສຳ​ເລັດ​ຂອງການ​ຮ່ວມ​ມື​ລະຫວ່າງ​ທັງ​ສອງ​ຝ່າຍ​​ດັ່ງ​ທ່ານ ດຣ ພັນ​ຄຳ​ກ່າວ​ວ່າ: ຕະ​ຫລອດ​ໄລຍະ​ຜ່ານ​ມາ​,ສອງ​ປະ​ເທດ​ລາວ​-ຈີນ ​ໄດ້​ມີການ​ຮ່ວມ​ມື​ກັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເວົ້າ​ສະ​ເພາະ​ດ້ານ​ກິລາ​ແລ້ວ ລັດຖະບານຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ແກ່​ລາວ​ເປັນ​ຕົ້ນ​ແມ່ນ: ການ​ກະກຽມການ​ເປັນ​ເຈົ້າພາບຈັດຊິ​ເກ​ມຄັ້ງ​ທີ 25 ຂອງ​ລາວ, ການ​ສົ່ງ​ຄູ​ຝຶກ​ນັກ​ກິລາ​ແລະ​ຮັບ​ເອົາ​ນັກ​ກິລາ​ລາວ​ໄປ​ຝຶກ​ຢູ່​ຈີນ​ແລະ​ການ​ຊ່ວຍ​ເຫຼືອດ້ານ​ອຸປະກອນ​ຕ່າງໆ. ພາຍ​ໃຕ້​ການ​ຊ່ວຍ​ເຫຼືອຈາກລັດຖະບານ​ຈີນ,​ເຫັນ​ວ່າ​ວຽກງານ​ດ້ານ​ກິລາ​ລາວ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ຫຼາຍສົມຄວນ. ນອກ​ນັ້ນ​,ທ່ານຍັງ​ໄດ້​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ສະ​ຖາ​ບັນ​ການ​ກິລາ​ແຫ່ງ​ຊາດ​ນຳ​ອີກ.

ໃນໂອກາດ​ດັ່ງກ່າວ ທ່ານ ລິວ​ເຜິ​ງ ກໍ​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່ການ​ຕ້ອນຮັບ​ຂອງ​ຝ່າຍ​ລາວ, ທ່ານກ່າວ​ວ່າ: ຂ້າພະ​ເຈົ້າ​ຮູ້​ສຶກດີ​ໃຈ​ແລະ​ເປັນກຽດຢ່າງ​ຍິ່ງ​ທີ່​ໄດ້​ມາ​ຢ້ຽມຍາມ​ລາວ​ໃນ​ຄັ້ງ​ນີ້​ເຊິ່ງພໍດີ​ກັບ ວັນຊາດ​ຂອງ​ລາວ ຄົບຮອບ 36 ປີ, ຂ້າ​ພະ​ເຈົ້າ​ຖື​ໂອກາດ​ນີ້ ອວຍພອນ​ວັນຊາດ​ລາວ. ຕໍ່ວຽກງານ​ການ​ຮ່ວມ​ມື​​ໃນ​​ໄລຍະ​ຜ່ານ​ມາ​ເຫັນວ່າ ຝ່າຍ​ລາວ​ໄດ້​ໃຫ້ການ​ສະໜັບ​ສະໜູນ​ມາ​​ໂດຍ​ຕະຫຼອດ,ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​​ໃຈ​ເປັນ​ຢ່າງ​ຍິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ