ຜູ້​ອຳນວຍ​ການ​ໃຫຍ່​ຂອງ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ຍິນ​ດີ​ທີ່​ທະ​ນາ​ຄານ​ກາງ​ໃຫຍ່​6​ແຫ່ງ​ໃນ​ທົ່ວ​ໂລກ​ຈະ​ປະ​ຕິ​ບັດ​ການ​ກະ​ທຳ​ໂດຍ​ປະ​ສານ​ງານ​ຊຶ່ງ​ກັນ​ແລະ​ກັນ

(GMT+08:00) 2011-12-01 16:57:05     cri

ຕາມຂ່າວCRI:, ພາຍ​ຫຼັງ​ທະ​ນາ​ຄານ​ກາງ​6​ແຫ່ງ​ໃນ​ທົ່ວ​ໂລກ​ປະ​ກາດ​ໃນ​ວັນ​ທີ​30​ພະ​ຈິກ​ນີ້ ວ່າ ຈະ​ປະ​ຕິ​ບັດ​ການ​ກະ​ທຳ​ໂດຍ​ປະ​ສານ​ງານ​ກັນ, ສະ​ໜອງ​ສະ​ພາບ​ຄ່ອງ​ເພື່ອ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ທະ​ນາ​ຄານ​ແລ້ວ, ນາງ​ຄຼິສ​ຕີນ ລາ​ກາດ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ ທີ່​ກຳ​ລັງ ຢ້ຽມ​ຢາມ​ແມັກ​ຊິກ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ເລື່ອງ​ນີ້.

ວັນ​ທີ​30​ພະ​ຈິກ​ແລ້ວນີ້, ຄະ​ນະ​ກຳ​ມະ​ການຄັງສຳຮອງສະຫະພັນອາ​ເມລິກາຫຼືUSFRB ອອກ​ຖະ​ແຫຼງ​ການ​ວ່າ, USFRB​ຕັດ​ສິນ​ໃຈ​ວ່າ​ຈະ​ປະ​ຕິ​ບັດ​ການກະທຳ​ໂດຍປະສານງານກັບທະນາຄານການາດາ, ທະນາຄານອັງກິດ, ທະນາຄານ​ຍີ່​ປຸ່ນ, ​ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ​ແລະ​ທະ​ນາ​ຄານ​ແຫ່ງຊາດສະວິສ, ສະໜອງສະພາບຄ່ອງແກ່ຕະຫຼາດ, ​ເພື່ອສະໜັບ ສະ​ໜູນ​ລະ ບົບ​ການ​ເງິນ​ທົ່ວ​ໂລກ.

ໃນມື້ດຽວກັນນາງລາກາດກ່າວວ່າ, ການປະຕິບັດການກະທຳຮ່ວມກັນ ລະຫວ່າງທະນາ ຄານກາງຂອງປະ​ເທດຕ່າງໆ​ໄດ້ສ້າງ​ໂອກາດອັນ​ເໝາະສົມ, ຈະມີຜົນປະ​ໂຫຍດ​ໃນ​ທັນທີ, ຕະຫຼາດຈະມີທິດທາງດີຂຶ້ນ. ນາງລາກາດກ່າວ​ເນັ້ນວ່າ, ອົງການກອງທຶນ​ເງິນຕາສາກົນຊົມ​ເຊີຍ​ຕໍ່​ມາດ​ຕະ​ການ​ທີ່​ສາ​ມາດ​ແກ້​ໄຂ​ວິ​ກິດ​ການ ຈາກ​ຂັ້ນພື້ນຖານ​ແລະມາດຕະການທີ່ມີຜົນດີ​ໃນ​ການ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຂອງ​ຕະຫຼາດ​ທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ