ທ່າອ່ຽງ​ໂດຍລວມຂອງພະຍາດ​ເອດ​ໃນຈີນດີຂຶ້ນ ຈີນ​ແມ່ນປະ​ເທດທີ່​ມີການແຜ່ ລະບາດຕ່ຳ

(GMT+08:00) 2011-12-01 17:11:49     cri
ຕາມຂ່າວCRI: ​ໃນ​ຂະນະທີ່ວັນຕ້ານ​ເອດຄັ້ງທີ24​ໃກ້ຈະມາຮອດນີ້, ທ່ານ​ເຊີນ​ຈູ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ກ່າວ​ໃນ​ເວລາ​ໃຫ້ສຳພາດ ຕໍ່ນັກ ຂ່າວວ່າ, ສະພາບ​​ໂດຍລວມຂອງພະຍາດ​ເອດ​ໃນຈີນມີທ່າອ່ຽງທີ່ດີ. ​ຖ້າ​ເບິ່ງຈາກ​ທົ່ວ​ໂລກ, ຈຳ​ນວນ​ຄົນ​ທີ່​ເປັນ​ພະຍາດ​ເອດ​ແລະຄົນ​ເຈັບທີ່ຕິດ​ເຊື້ອ​ໃນຈີນ​ໄດ້ກວມ2%ຂອງທົ່ວ​ໂລກ, ຈີນຍັງ​ແມ່ນປະ​ເທດທີ່​ແຜ່​ລະ​ບາດ​ພະຍາດ​ເອດຕ່ຳ.

ທ່ານ​ເຊີນຈູກ່າວວ່າ, ​ໃນປີມໍ່ໆ​ມານີ້, ຄ່າ​ໃຊ້ຈ່າຍລາຍສະ​ເພາະ​ເພື່ອປ້ອງກັນ​ແລະປິ່ນປົວພະຍາດ​ເອດຂອງການ​ເງິນສູນກາງຈີນ​ໄດ້​ເພີ່ມຂຶ້ນຫຼາຍກວ່າ​​ແຕ່ກ່ອນ, ​ໃນປີ2011​ນີ້ໄດ້​ເພີ່ມຂຶ້ນຮອດ2ຕື້2ຮ້ອຍລ້ານຢວນ, ງົບປະມານທ້ອງຖິ່ນກໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານການ​ເງິນ​ເທື່ອລະກ້າວ.

ທ່ານ​ເຊີນຈູກ່າວວ່າ, ​ໃນ​ໄລຍະ"​ແຜນການພັດທະນະ​ເສດຖະກິດສັງຄົມ5ປີຄັ້ງ ທີ12", ​ເປົ້າໝາຍຂອງວຽກງານປ້ອງກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ເອດຂອງຈີນ​ແມ່ນຫຼຸດລົງອັດຕາກາ​ນ​ແຜ່ລະບາດພະຍາດ​ເອດ​ໃໝ່, ຫຼຸດ​ລົງ​ອັດ​ຕາ​ເສຍ​ຊີ​ວິດ ຂອງຜູ້​ເປັນ​ພະ​ຍາດ​ເອດ, ຫຼຸດ​ຜ່ອນ​ການ​ລັງ​ກຽດ​ຕໍ່​ຜູ້​ເປັນ​ເອດ​ໃນສັງຄົມ, ຍົກສູງຄຸນນະພາບຊີວິດການ​ເປັນຢູ່ຂອງຜູ້​ເປັນພະຍາດ​ເອດ​ແລະຜູ້ຕິດ​ເຊື້ອ, ຮອດປີ 2015ຈະ​ຄວບ​ຄຸມ​ຈຳນວນຄົນຂອງຜູ້​ຕິດ​ເຊື້ອ​ບໍ່​ຫຼາຍ​ກວ່າ​1 ລ້ານ2​ແສນຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ