ສານຟິລິບ​ປິນ​ອອກ​ຄຳ​ສັ່ງ​ໃຫ້​ສົ່ງ​ທ່ານ​ນາງ​ອາ​ໂລ​​ໂຢ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄປ​ກັກ​ຕົວ​ຢູ່​ໂຮງ​ໝໍ​ລັດ​ຖະ​ບານ

(GMT+08:00) 2011-12-01 17:09:14     cri
ຕາມ​ຂ່າ​ວສານ​ຈີນ: ວັນ​ທີ 1 ທັນວາ​ນີ້, ສານ​ທ້ອງ​ຖິ່ນ​ຂອງ​ນະຄອນ​ພາ​ຊາຍ​ເຂດ​​ເມ​​ໂຕຼ ມານີລາ ​ນະຄອນຫຼວງ​ຟິລິບ​ປິ​ນອອກ​ຄຳ​ສັ່ງ, ຮຽກຮ້ອງ​ໃຫ້​ສົ່ງ​ທ່ານ​ນາງ​ໂກຼ​ເລຍ ອາ​ໂລ​​ໂຢ, ອະດີດ​ປະທາ​ນາ​ທິ​ບໍດີ​ຟິລິບ​ປິນອອກ​ຈາກ​ໂຮງໝໍ​​ເອກະ​ຊົນ​ໄປ​ກັກ​ຕົວ​ຢູ່​ໂຮງໝໍ​ລັດຖະບານ​ພາຍ​ໃນ 5 ມື້.

ວັນ​ທີ 18 ພະຈິກ​ຜ່ານ​ມາ, ທ່ານ​ນາງ​ໂອ​ໂລ​ໂຢ ຊຶ່ງປີ​ນີ້​ມີອາຍຸ 64 ປີ​ຍ້ອນ​ຖືກ​ກ່າວ​ຟ້ອງ​​ໂທດຖານ "ສໍ້​ໂກງ​ການ​ເລືອກ​ຕັ້ງ", ຖືກ​ຕຳຫຼວດຈັບ​ຕົວ, ​ແລະ​ຖືກ​ກັກ​ຕົວ​ຢູ່​ຫ້ອງ​ນອນ​ຄົນ​ເຈັບພິ​ເສດ​ສຳລັບ​ປະທາ​ນາທິ​ບໍດີ​ໃນ​ສູນ​ປິ່ນປົວ​ເຊັນ ​ລູຄ໌ຂອງ​ຊຶ່ງ​ເປັນ​ໂຮງໝໍ​ເອກະ​ຊົນ. ຫວ່າງ​ມໍ່ໆ​ນີ້, ທະນາຍ​ຄວາມ​ຂອງ​ທ່ານ​ນາງ​ອາ​ໂຣ​ໂຢ​ຮຽກຮ້ອງ​ໃຫ້​ຜູ້​ພິພາກສາ​ອະນຸຍາດ​​ໃຫ້​ກັກຕົວ​ນາງ​ຢູ່​ເຮືອນ​ຂອງ​ນາງ​ເອງ, ​ເຈົ້າ​ໜ້າ​ທີ່​​ໄອ​ຍະ​ການ​ຂອງ​ລັດຖະບານ​ໄດ້​ຢືນຢັນ​ໃຫ້ສົ່ງ​ນາງ​ໄປ​ຫ້ອງ​ກັກ​ຂັງ​ຂອງ​ລັດຖະບານ. ຕອນ​ເຊົ້າ​ວັນ​ທີ 1 ທັນ​ວາ​ນີ້, ສານ​ທ້ອງ​ຖິ່ນ​ຂອງ​ນະຄອນ​ພາ​ຊາຍ​ໄດ້​ຈັດຕັ້ງ​ງານ​ຟັງ​ຄຳ​ໃຫ້​ການ​ຕື່ມອີກ, ທ່ານຈີ​ເຊິ​ສ ມູພັສ, ຜູ້​ພິພາກສາ​ຂອງ​ສານ​ດັ່ງກ່າວ​ອອກ​ຄຳ​ສັ່ງ​ຢ່າງ​ເປັນ​ທາງ​ການ, ​ໃຫ້​ສົ່ງ​ທ່ານ​ນາງ​ອາ​ໂລ​ໂຢ​ໄປປິ່ນປົວ​ຢູ່ "ສູນ​ປິ່ນປົວ​ລະ​ລຶກທະຫານ​ພົ້ນ​ກະ​ສຽນ" ທີ່​​ເປັນ​ຂອງ​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ