ຈີນ​ຈະ​ທົດລອງ​ປະຕິບັດ​ລະບອບ​​ເກັບຄາ​ໄຟຟ້າ​ໃນ​ລາຄາ​ທີ່​ແຕກ​ຕ່າງ​ກັນ​ຕໍ່​ປະຊາຊົນ

(GMT+08:00) 2011-12-01 17:17:09     cri
ວັນ​ທີ 30 ພະຈິກ​ແລ້ວ​ນີ້, ຢູ່​ທີ່​ປັກ​ກິ່ງ, ຄະນະ​ກຳມະ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈະ​ທົດ​ລອງ​ປະຕິບັດ​ລະບອບ​ເກັບຄ່າ​ໄຟຟ້າ​ໃນ​ລາຄາທີ່​​ແຕກ​ຕ່າງ​ກັນ​ຕໍ່​ປະຊາຊົນ.

ລາຄາຄ່າ​ໄຟຟ້າ​ໃນ​ຄົວ​ເຮືອນ​ຂອງ​ປະຊາຊົນທີ່ຄື​ກັນ​ໝົດ​ໃນ​ປະຈຸ​ບັນ, ຈະ​ປ່ຽນ​ເປັນ​ເກັບ​ຄ່າ​ໄຟຟ້າ​ໃນລາຄາທີ່​ແຕກຕ່າງ​ກັນ​ຕາມ​ຈຳນວນ​ທີ່​ຊົມ​ໃຊ້​ໄຟຟ້າ​ທີ່​ຕ່າງ​ກັນ, ລາຄາ​ໄຟຟ້າ​ເພີ່ມ​ຂຶ້ນ​ຕາມ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳນວນ​ທີ່​ຊົມໃຊ້​.

ໃນ​ເວລາ​ປະຕິບັດລະບອບ​ເກັບ​ລາຄາ​ໄຟຟ້າ​ຕ່າງ​ກັນ, ຕໍ່​ຜູ້ໄດ້​ຮັບ​ການ​ຄ້ຳປະກັນ​ຄ່າ​ຄອງ​ຊີ​ບຕ່ຳ​ສຸດ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ ​ແລະ​ຜູ້​ບໍ່​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ, ຜູ້​ບໍ່​ມີ​ແຫຼ່ງທຶນ​ເພື່ອ​ດຳລົງ​ຊີວິດ, ຄົມ​ຊະຣາ, ຄົນ​ພິການ​, ເດັກນ້ອຍ​ແລະ​ຊາວ​ຫນຸ່ມ​ທີ່​ອາຍຸ​ຍັງ​ບໍ່​ເຕັມ​ກະສຽນ​ທີ່​ບໍ່​ມີ​ຄົນ​ລ້ຽງ ຫຼືມີ​ຄົນ​ລ້ຽງ​ແຕ່​ຄົນ​ລ້ຽງ​ບໍ່​ມີ​ຄວາມ​ສາມາດ, ​​ໂດຍ​ອີງ​ຕາມ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຫ່ງ​ຕ່າງໆ, ​ໃຫ້​ກຳນົດ​ຈຳນວນ​ຫົວໜ່ວຍ​ໄຟຟ້າ​ທີ່​ບໍ່​ເກັບ​ຄ່າ​​ໃນ​​ແຕ່ລະ​ເດືອນ​ໃຫ້​ທຸກ​ຄົນ, ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ສາມາດຫຼຸດຄ່າ​​​ໄຟຟ້າ​ແຕ່ 60 ຫາ 90 ຢວນ​ໃນ​ປີ​ໜຶ່ງ.

ປີ 2010 ຜ່ານ​ມາ, ​​ໄຟຟ້າ​ທີ່​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ຈີນ​​ແມ່ນ 500 ຕື້​ກວ່າ​ກິ​ໂລ​ວັດ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ