ອາ​ເມ​ລິ​ກາກ່າວ​ເນັ້ນ​ວ່າ, ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ມຽນມາ​ບໍ່​ພົວ​ພັນ​ເຖິງ​ຈີນ

(GMT+08:00) 2011-12-01 17:19:50     cri
ຕາມ​ຂ່າວສານ​ຈີນ: ​​ໂດຍ​ແນ​ໃສ່​ຄວາມ​ສົງ​ໄສ​ຕ່າງໆ​ຕໍ່​ທ່ານ​ນາງ​ຮິ​ວລາ​ລີ ຄຼິນຕັນ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ຢ້ຽມຢາມມຽນມາ​ເປັນ​ຄັ້ງ​ປະຫວັດສາດ​, ວັນ​ທີ 30 ພະຈິກ​​ແລ້ວນີ້, ທ່ານ​ມາຄ໌ ​ໂທ​ເ​ນີ, ​ຮອງໂຄສົກກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ຢ້ຳອີກ​ເທື່ອ​ໜຶ່ງ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ອາ​ເມ​ລິ​ກາ​ຕິດ​ຕໍ່​ພົວພັນ​ກັບ​ມຽນມາ​ບໍ່​ແມ່ນ​ແນ​ໃສ່​ຈີນ. ທ່ານ​ກ່າວອີກ​ວ່າ, ກ່ຽວ​ກັບ​ສະຖານະ​ການ​ໃນ​ມຽນມາ, ​ອາ​ເມ​ລິ​ກາ​ໄດ້​ປຶກສາ​ຫາລື​ກັບ​ຈີນ​ມາ​ໂດຍ​ຕະຫຼອດ.

ກ່ຽວ​ກັບ​ບັນຫາ​ທີ່ວ່າ​ອາ​ເມ​ລິ​ກາ​ກັບ​ມຽນມາ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັນນັ້ນຈະ​ກະທົບ​ເຖິງ​ຜົນປະ​ໂຫຍ​ດຂອງ​ຈີນຢູ່​ເຂດ​ນີ້​ຫຼືບໍ່, ຫວ່າງ​ມໍ່ໆ​ນີ້, ທ່ານ​ຮົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ​ມຽນມາ​ກັບປະ​ເທດ​ຕາ​ເວັນ​ຕົກ​ທີ່​ກ່ຽວຂ້ອງ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ແລະ​ປັບປຸງການ​ພົວພັນ​ກັນບົນ​ພື້ນຖານ​​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ, ຫວັງ​ວ່າ, ນະ​ໂຍບາຍ​ແລະ​ມາດ​ຕະພານ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຂອງ​ລັດຖະບານ​ມຽນມາມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ