ຜູ່​ຊ່ຽວຊານ​ກ່າວ​ວ່າ,​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​IEA​ຕໍ່​ປະ​ລິ​ມານ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຂອງ​ຈີນ​ແມ່ນ​ບໍ່​ແມ່ນ​ຢຳ

(GMT+08:00) 2011-12-01 16:10:36     cri
ວັນ​ທີ30​ພະຈິກ​​ແລ້ວນີ້,ຜູ່​ຊ່ຽວຊານ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ຈີນ​ໄ​ດ້ ກ່າວ​ຕອບ​ໂຕ້ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ທີ່​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຫຼື​ອົງ​ການ​IEA​ເຜີຍ​ແຜ່​ໃນ​ຫວ່າງ​​ແລ້ວ​ນີ້,​​ໂດຍ​ກ່າວ​ວ່າ,​ການ​ຄາດ​ຄະ​ເນ​ຕໍ່​"ປະ​ລິ​ມານ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ໃນ​ປະ​ຫວັດ​ສາດ"​ແລະ"ປະ​ລິ​ມານ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຈີນ"​ໃນ​ບົດ​ລາຍ​ງານ​ສະ​ບັບ​ນີ້​ແມ່ນ​ບໍ່​ມີ​ຄວາມ​ແມ່ນ​ຢຳ.

ວັນ​ທີ28​ພະຈິກ​ແລ້ວ​ນີ້,ອົງການIEA​ເຜີຍ​ແຜ່​ບົດ​ລາຍ​ງານ​ທີ່​ພາດ​ຫົວ​ເລື່ອງ​ວ່າ "​ອະ​ນາ​ຄົດ ຂອງ​ພະ​ລັງ​ງານ​ໂລກ​ປີ​2011"​ໂດຍ​ກ່າວ​ວ່າ,​"ປະ​ລິ​ມານ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​​ໃນ​ປະ​ຫວັດ​ສາດ"​ແລະ"ປະ​ລິ​ມານ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ສະ​ເລ່ຍ​ຕໍ່​ຫົວ​ຄົນ" ຂອງ​ຈີນ​ຈະ​ຫຼາຍ​ກວ່າ​ເອີ​ຣົບ​ໃນ​ປີ2015​ແລະ​ໃກ້​ກັບ​ລະ​ດັບ​ຂອງ​ອາ​ເມ​ລິ​ກາ.

ກ່ຽວ​ກັບ​ເລື່ອງ​ນີ້,ຜູ່​ຊ່ຽວຊານ​ບັນຫາ​ດິນ​ຟ້າ​ອາກາດ​ຂອງ​ຈີນ​ໄດ້​ກ່າວ​ຕອບ​​ໂຕ້​​ວ່າ,ອົງການ IEAບໍ່​ໄດ້ຄາດ​ຄະ​ເນ​ທ່ວງ​ທ່າ​ປ່ຽນ​ແປງ​ຂອງ​ປະ​ລິ​ມານ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຂອງ​ຈີນ,​ຊຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ທີ່​ຈີນ​ຈະ​ຫຼຸດ​ການ​ລະ​ບາຍ​ຢ່າງ​ເປັນ​ເຈົ້າ​ການ​ໃນ​ອະ​ນາ​ຄົດ​ນັ້ນ​ຢ່າງ​ເຕັມ​ທີ່.​ຜູ່​ຊ່ຽວ​ຊານ​ຊີ້​ອອກ​ວ່າ,​ໃນ​ເວ​ລາ​ທຳ​ການ​ຄາດ​ຄະ​ເນ,​ອົງ​ການ​IEA​ຍັງ​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ບັນ​ຫາ​ທີ່​"ຍົກ​ຍ້າຍ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ",ນັ້ນ​ກໍ​ຄື,​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຍົກ​ຍ້າຍ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຂອງ​ຕົນ​ໄປ​ສູ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ ​ເປັນ​ຕົ້ນ​ແມ່ນ​ການ​ຍົກ​ຍ້າຍ​ເຂົ້າ​ສູ່​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ