ທ່ານ​ໂຈ່​ວຢົງ​ຄ່າງ​ພົບ​ປະ​ຄະນະ​ກວດກາ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ

(GMT+08:00) 2011-12-01 16:18:55     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 30 ພະຈິກ​ແລ້ວ​ນີ້, ຢູ່ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​,ທ່ານ​ໂຈ່​ວຢົງຄ່າງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາຄະນະ​ກຳມະການ​ກົດໝາຍ ​ແລະ ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ຄະນະກວດກາ​ຂອງ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ນຳພາ​ໂດຍ​ທ່ານ​ສົມ​ດີ ດວງ​ດີ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ.

ໃນ​ເວລາ​ພົບ​ປະກ່ອນ​ອື່ນ​ໝົດ, ທ່ານ​ໂຈ່​ວຢົງ​ຄ່າງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລາວທີ່​ສາມາດ​ເອົາ​ຊະນະ​​ໄພ​ທຳ​ມະ​ຊາດ​ໂດຍ​ສະ​ເພາະ​ແມ່ນໄພ​ນ້ຳ​ຖ້ວມ​ໄປ​ດ້ວຍ​ດີ,ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ປົກກະຕິ. ທ່ານ​ໂຈ່​ວຢົງ​ຄ່າງ​ກ່າວ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ລາວ​ປີ​ນີ້, ຂ້າພະ​ເຈົ້າ​ໄດ້​ຈັດ​ງານ​ສຳ​ມະ​ນາ​ກັບ​ເຈົ້າ​ໜ້າ​ທີ່ຈາກ​ພັກ​ແລະ​ລັດຖະບານລາວ 50 ຄົນ​ທີ່​​ເຄີຍທັດສະນະ​ສຶກສາຢູ່​ຈີນ​ເປັນ​ພິ​ເສດ,ຮູ້​ສຶກຢ່າງ​ເລິກ​ເຊິ່ງວ່າ,ນີ້​ແມ່ນ​ຮູບ​ການ​ທີ່​ມີ​ຜົນ​ດີ​ທີ່​ສອງ​ພັກ​ແລກປ່ຽນ​ບົດຮຽນ ​ແລະ ຍົກ​ສູງ​ຄວາມ​ສາມາດ​​ໃນ​ການກຳ​ອຳນາດ,​ແລະ​ໄດ້ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກັບ​ຜູ່​ນຳ​ລາວ​ກ່ຽວ​ກັບ​ເພິ່ມຈຳນວນ​​ບຸກຄະລາ​ກອນທີ່​ມາ​ຢ້ຽມຢາມ​ຈີ​ນ​ໃຫ້​ຫຼາຍຂຶ້ນ. ຝ່າຍ​ຈີນ​ຍິນ​ດີ​ແລກ​ປ່ຽນ​ບົດຮຽນ​ໃນ​ການ​ແກ້​ໄຂຄວາມທຸກ​ຍາກ​​ແລະ​ພັດທະນາ​ຮ່ວມກັບ​ຝ່າຍລາວ, ​ເພື່ອ​ຊຸກ​ຍູ້​ໃຫ້​ປະ​ເທດ​ຂອງ​​ໃຜລາວສາມາດຫຼຸດຜ່ອນ​ຄວາມທຸກ​ຍາກ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ແລະ ບັນລຸຄວາມຮັ່ງມີ​ຮ່ວມ​ກັນ

ທ່ານ​ສົມ​ດີ​ ດວງ​ດີກ່າວ​ວ່າ, ຄວາມ​ເວົ້າທີ່​ສະໜິດສະໜົມ​ແລະ​ອົບອຸ່ນຂອງ​ສະຫາຍ​ໂຈ່​ວຢົງ​ຄ່າງ,​​ແມ່ນ​ມີຜົນ​ປະ​ໂຫຍ​ດຫຼາຍ. ຂ້າພະ​ເຈົ້າມາ​ຢ້ຽມຢາມ​ຈີນ​ເທື່ອ​ນີ້,​ໄດ້​ໄປ​ເຂດ​ກວາງຊີ ​ແລະ ນະຄອນຫຼວງປັກ​ກິ່ງລົງ​ຢ້ຽມຢາມກວດກາໂຄງການແກ້ໄຂຄວາມທຸກ​ຍາກ​​ແລະ​ພັດທະນາ ​ພ້ອມ​ທັງໂຄງການອົບຮົມ​ເຕັກນິກ​ກະສິກຳ​ຈຳນວນ​ໜຶ່ງ, ​ໄດ້​ເຫັນ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ກສຍສ້າງສາ​ເສດຖະກິດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ, ຮູ້ສຶກ​ມີ​ກຳລັງ​ໃຈ​ຫຼາຍຂຶ້ນ. ຝ່າຍ​ລາວ​ຍິນ​ດີ​ເພິ່ມທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ສອງ​ລັດ​ຕື່ມ​ອີກ, ​​​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ໝູ່​ຄູ່​ທີ່​ດີ​ຕະຫຼອດ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ