ຈີນ​ສົ່ງ​ດາວ​ທຽມ​ນຳ​ທາງ"​ເປີ​ຍ​​​ໂຕ"ໜ່ວຍ​ທີ10​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-12-02 15:43:49     cri
ເວລາ5​ໂມງ7​ນາທີ​ຂອງ​ວັນ​ທີ2​ທັນວາ​ນີ້,ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ​ຊ່າງ,ຈີນ​ໄດ້​ສົ່ງ​ດາວ​ທຽມ​ນຳ​ທາງ"​ເປີ​ຍ​ໂຕ"ໜ່ວຍ​ທີ10​ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​"ສາງ​ເຈີ່​ງ​3A"​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳນົດໄວ້​ລ່ວງ​ໜ້າ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

ປະຈຸ​ບັນ,ການ​ກໍ່ສ້າງ​ລະບົບ​ພື້ນຖານ​ຂອງ​ລະບົບ​ດາວ​ທຽມ​ນຳ​ທາງ​​"ເປີ​ຍ​ໂຕ"​ໃນ​ພາກ​ພື້ນ​ໄດ້​ສຳ​ເລັດ​​ຜົນ​ແລ້ວ,ປະຈຸ​ບັນ​ພວມ​ດຳ​ເນີນ​ການ​ປະ​ເມີນ​ຜົນ​ຕໍ່​ການ​ທົດ​ລອງ​ລະ​ບົບ​ຕ່າງໆ​ຢ່າງຮອບດ້ານ,ຈະ​ທົດ​ລອງ​ວຽກ​ງານການ​ບໍລິການ​ໃຫ້​ແກ່​ຈີນ​ແລະ​ບາງ​ເຂດ​ແຄວ້ນ​ທີ່​ຢູ່​ໃກ້​ຄຽງ​ກ່ອນ​ທ້າຍ​ປີ​ນີ້ໃນ​ດ້ານ​ການ​ຊອກ​ທີ່​ຕັ້ງດ້ວຍ​ສັນ​ຍານ​ລັງສີ​ຂອງ​ແຫຼ່ງ​ແຜ່​ລັງສີ​ຢ່າງ​ຕໍ່​ເນື່ອງ,ການ​ນຳ​ທາງ​ແລະ​ການ​ລາຍ​ງານ​ເພື່ອແຈ້ງ​ເວລາ,​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ,ການ​ປະມົງ,ປ່າ​ໄມ້,ອຸຕຸນິຍົມ,​ໂທລະ​ຄົມ,ຊົນລະປະທານ,ການ​ວັດ​ແທກ​ແຕ້​ມ​​ເປັນແຜນທີ່​ພ້ອມ​ດ້ວຍ​ຄວາມ​ຕ້ອງການດ້ານ​ອື່ນໆ​ຂອງ​ມວນ​ຊົນ.

ກ່ອນ​ຫຼື​ຫຼັງ​ປີ2020,ຈີນ​ຈະ​ສ້າງ​ລະບົບ​ດາວ​ທຽມ​ນຳ​ທາງ​​ເປີ​ຍ​ໂຕ​ທົ່ວ​ໂລກ​ທີ່​ປະ​ກອບ​ດ້ວຍ​ດາວ​ທຽມ30​ກວ່າ​ໜ່ວຍ​ໃຫ້​ສຳ​ເລັດ,​ເພື່ອ​ໃຫ້​ການ​ບໍ​ລິ​ການ​ທີ່​ປົກ​ຄຸມ​ທົ່ວ​ໂລກ​ໃນ​ການ​ຊອກ​ທີ່​ຕັ້ງ,ການ​ນຳ​ທາງ​ແລະ​ການ​ລາຍ​ງານ​ເພື່ອ​ແຈ້ງ​ເວ​ລາ​ດ້ວຍ​ຄວາມ​​ແມ່ນ​ຢຳ​ສູງ​ແລະ​ໜ້າ​ເຊື່ອ​ຖືທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ