ຫຼາຍ​ປະ​ເທດ​ເອົາ​ໃຈ​ໃສ່ເພີ່ມ​ທະວີ​ການ​ປ້​ອງກັນ​ແລະ​ປິ່ນປົວ​ພະຍາດ​ເອດ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຫຼຸດ​ຜູ່​ຕິດ​ເຊື້ອHIV​ເອດ​ເພີ່ມ​ໃໝ່,ບໍ່​ມີ​ການ​ລັງ​ກຽດແລະ​ບໍ່​ມີ​ຜູ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ເອດ

(GMT+08:00) 2011-12-02 16:27:27     cri
ວັນ​ທີ1​ທັນວາ​ນີ້​ແມ່ນ​ວັນ​ຕ້ານ​ເອດ​ໂລກ,ຫົວ​ຂໍ້​ຂອງ​ປີ​ນີ້​ແມ່ນ"ບັນລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ---​ບໍ່​ມີ​ຜູ່​ຕິດ​​ເຊື້ອHIV​ເອດ​​ເພີ່ມ​ໃໝ່,ບໍ່​ມີ​ການລັງ​ກຽດ​ແລະ​ບໍ່​ມີ​ຜູ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ເອດ".​ເພື່ອ​ເລື່ອງ​ນີ້,ລັດຖະບານ​ແລະ​ອົງການ​ຈັດ​ຕັ້ງທາງ​ສັງຄົມຂອງ​ຫຼາຍ​ປະ​ເທດ​ລ້ວນ​ແຕ່​ໃຫ້​ສຽງ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ,ຊຸກ​ຍູ້​​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ດັ່ງກ່າວ.ມື້​ດຽວ​ກັນ,ທ່ານ​ບານ​ກີ​ມູນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກໍ່​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ກຳທ່າ​ອ່ຽງຕ້ານ​ເອດ​ໃນ​ປະຈຸ​ບັນ,​ພະ​ຍາ​ຍາມ​ກຳ​ຈັດ​ພະ​ຍາດ​ຕິດ​ແປ​ດ​ນີ້.

ສະຫະພາບ​ເອີ​ລົບ​ພ້ອມ​ດ້ວຍ​ປະ​ເທດ​ສະມາຊິກ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ1​ທັນວາ​ນີ້​​ໂດຍ​ກ່າວ​ຢ້ຳ​ໃນຄຳ​ໝັ້ນ​ສັນຍາ​ໃນ​ການ​ຕ້ານ​ເອດ​ແລະ​ວາງ​ເປົ້າ​ໝາຍ​ໃໝ່​ຕ່າງໆ.

ໃນ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ຜູ່​ຕິດ​​ເຊື້ອHIV​ເອດ​ຫຼາຍ​ສົມຄວນ​ໃນ​ໂລກ,ອາ​ຟຼິກກາ​ໃຕ້​ກໍ່​ໄດ້​ເລີ່​ມຕົ້ນ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ເພື່ອ​ຮັບ​ມື​ກັບ​ພະຍາດ​ເອດ​ປີ2012​ຫາ2016​ໃນ​ວັນ​ທີ1​ທັນວາ​ນີ້.

ນອກຈາກ​ລັດຖະບານ​​ໃຊ້​ມາດ​ຕະການ​ທີ່​ກ່ຽວຂ້ອງ​ແລ້ວ,ປະຊາຊົນ​ຂອງ​ຫຼາຍ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ກໍ່​ພວມ​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ສຳຄັນ​ໃນ​ການ​ຕ້ານ​ເອດ.

ວັນ​ທີ1​ທັນວາ​ນີ້,ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຫວັງ​ຜົນກຳ​ໄລ​ຂອງ​ສິງກະ​ໂປ​ໄດ້​ຈັດ​ກິດ​ຈະ​ກຳ​ໂດຍ​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ຕໍ່​ຜູ່​ຕິ​ດ​​ເຊື້ອHIV​ເອດ​​ແລະ​ຜູ່​ເປັນ​ເອດ.​ເຮັດ​ໃຫ້​ປະກົດການ​ລັງ​ກຽດ​ຕໍ່​ຜູ່​ຕິດ​ເຊື້ອHIV​ເອດ​​ແລະຜູ່​ເປັນ​ເອດ​ຫຼຸດ​ໜ້ອຍ​ລົງ​ເພື່ອ​ໃຫ້​ເຂົາ​ເຈົ້າດຳລົງ​ຊີວິດ​ຄື​ຄົນປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ