ຢູ່​ຈີນ​ມີຜູ້​ຕິດ​ເຊື້ອHIVເອດ​ແລະຜູ້​ເປັນ​ເອດ​ປະມານ7​ແສນ8​ໝື່ນຄົນ

(GMT+08:00) 2011-12-02 16:26:17     cri

ກິດຈະ​ກໍາ​ໂຄສະນາ​ຫົວ​ຂໍ້​ສະ​ເພາະ "ວັນ​ຕ້ານ​ເອດ​ໂລກ"ປີ2011​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ1​ທັນວາ​ນີ້​ເຜີຍ​ໃຫ້​ຮູ້​ວ່າ, ຈີນ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ ຜູ້​ຕິດ​ເຊື້ອHIVເອດ​ແລະຜູ້​ເປັນ​ເອດ​ຕໍ່າ, ​ແຕ່​ບາງ​ເຂດ​ພັດ​ມີ​ຜູ້​ຕິດ​ເຊື້ອHIVເອດ​ແລະ​ຜູ້​ເປັນ​ເອດຫລາຍ, ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ຈີນ​ມີຜູ້​ຕິດ​ເຊື້ອHIVເອດ​ແລະຜູ້​ເປັນ​ເອດ​ປະ​ມານ7​ແສນ8​ໝື່ນ​ຄົນ,​ໃນ​ນັ້ນ, ​ຜູ້​ເປັນ​ເອດ1​ແສນ5​ໝື່ນ4​ພັນ​ຄົນ.

 ກິດຈະ​ກໍາ​ໂຄສະນາ​ຫົວ​ຂໍ້​ສະ​ເພາະ "ວັນ​ຕ້ານ​ເອດ​ໂລກ"ປີ2011ທີ່​ມີ​ຫົວ​ຂໍ້​ວ່າ "​ການ​ກະທໍາ​ຕົວ​ຈິງ, ກ້າວ​ໄປ​ສູ່​ເປົ້າ​ໝາຍ​ອັດຕາ​ພະຍາດ​ເອດ0"​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ1​ທັນວາ​ນີ້​ຢູ່​ນະຄອນ​ຫລວງ​ປັກ​ກິ່ງ. ທ່ານ​ເຊີນ​ຈູ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ສາທາລະ​ນະ​ສຸກ​ຈີນ​ກ່າວ​ວ່າ, ຜ່ານ​ຄວາມ​ພະຍາຍາມຢ່າງ​ບໍ່​ລົດ​ລະ​ມາເປັນ​ເວລາ​ຫລາຍ​ປີ, ອັດຕາຜູ້​ຕິດ​ເຊື້ອ​HIV​ເອດ​ແລະຜູ້​ເປັນ​ເອດ​ໄດ້​ຫລຸດ​ລົງ, ອັດຕາ​ເສຍ​ຊີວິດ​ກໍໄດ້​ຫລຸດ​ລົງ, ຮັກສາ​ທ່າ​ອຽງ​ອັດຕາ​ຜູ້​ຕິດ​ເຊື້ອHIVເອດ​ແລະຜູ້​ເປັນ​ເອດ​ໃຫ້​ຢູ່​ລະດັບ​ຕໍ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ