ສະຫະພາບ​ເອີ​ລົບ​ເປີດ​ກວ້າງ​ການ​ລົງ​ໂທດ​ຕໍ່​ອີຣານ

(GMT+08:00) 2011-12-02 16:44:34     cri

ວັນ​ທີ1​ທັນວາ​ນີ້, ກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດສະມາຊິກ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຕົກລົງ​ວ່າ​ຈະ​ເປີດ​ກວ້າງ​ການ​ລົງ​ໂທດ​ຕໍ່​ອີ​ຣານ, ​ໃນ​ນັ້ນ,ມີ​ວິສາ​ຫະກິດ143​ແຫ່ງ​ແລະ​ບຸກຄົນ​ອີກ37​ຄົນ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາ​ຍຊື່​ທີ່​ຈະ​ຖືກ​ລົງ​ໂທດ

ມະ​ຕິ​ທີ່​ປະກາດ​ຫລັງ​ກອງ​ປະຊຸມ​ຂຽນ​ວ່າ, ວິ​ສາ​ຫະກິດ​ແລະ​ບຸກຄົນ​ດັ່ງກ່າວ​ເປັນ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ແຜນ​ການ​ນິວ​ເຄຼຍອີຣານ​ໂດຍ​ກົງ, ​ແລະກໍ​ມີ​ມາ​ຈາກກອງ​ປ້ອງ​ກັນ​ປະຕິວັດ​ອີ​ຣານ​ແລະ​ລະບົບ​ຂົນ​ສົ່ງ​ທາງ​ອາກາດ.

ໃນກອງ​ປະຊຸມ​ເທື່ອນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ27ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ບໍ່​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຫ້າມ​ນໍາ​ເຂົ້າ​ນໍ້າມັນ​ເຊື້ອ​ໄຟຈາ​ກອີ​ຣານ. ມະຕິ​ທີ່​ປະກາດ​ຫລັງ​ກອງ​ປະ​ຊຸມ​ຂຽນ​ວ່າ, ບົນ​ພື້ນຖານ​ທີ່​ຮ່ວມມື​ກັບ​ປະຊາ​ຄົມ​ໂລກຢ່າງ​ໃກ້​ຊິດ, ສະຫະພາບ​ເອີ​ລົບ​ອາດ​ຈະ​ນໍາ​ໃຊ້​ມາດ​ຕະກາ​ນລົງ​ໂທດ​ຕື່ມ​ອີກ​ຕໍ່​ພາກສ່ວນການ​ເງິນ, ຄົມ​ມະ​ນາຄົມ, ພະລັງ​ງານ​ແລະ​ກອງ​ປ້ອງກັນ​ປະຕິວັດ​ຂອງ​ອີຣານ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ເຂົ້າຮ່ວມ​ປະຊຸມ​ໄດ້​ອອກ​ຖະ​ແຫລ​ງການວ່າ, ກ່າວ​ປະ​ນາມ​ຕໍ່​​ເຫດການ​ໂຈມ​ຕີ​ສະຖານທູດ​ອັງກິດ​ປະ​ຈໍາ​ອີຣານຢູ່​ນະຄອນ​ຫລວງ​ເຕ​ເຮ​ຣານ​ແລະ​ການຕອບ​ໂຕ້​ອັງກິດ​ຂອງ​ອີຣານດ້ວຍ​ການ​ຂັບ​ໄລ່​ເອກ​ອັກ​ຄະ​ລັດຖະທູດ​ອັງກິດ​ປະ​ຈໍາ​ອີ​ຣານ.

ວັນ​ທີ1​ທັນວາ​ນີ້, ​ເຈົ້າ​ໜ້າ​ທີ່​ການ​ທູດ​ອີ​ຕາ​ລີ​ຢືນຢັນ​ຕໍ່​ນັກ​ຂ່າວ​ວ່າ, ກະ​ຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ​ໄດ້​ຕົກ​ລົງ​ຮຽກ​​ເອີ້ນ​ທ່ານ​ອັນ​ເບີ​ໂຕ ບຮາດາ​ນີນີ, ​ເອກ​ອັກ​ຄະ​ລັດ​ຖະທູ​ດອີ​ຕາ​ລີ​ປະ​ຈໍາ​ອີຣານກັບ​ຄືນ​ປະ​ເທດ. ກ່ອນ​ໜ້າ​ນີ້, ​ເຢຍລະ​ມັນ, ຝະຣັ່ງ,​ໂຮ​ນລັງ​ກໍໄດ້​ຮຽກ​ເອີ້ນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ປ​ະຈໍາ​ອີຣານກັບ​ຄືນ​ປະ​ເທດ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ