ສະ​ຫະ​ປະ​ຊາ​ຊາດ​ຄາດ​ຄະ​ເນ​ວ່າ,​ເສດ​ຖະ​ກິດ​ທົ່ວ​ໂລກ​ມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ​ທີ່​ຈະ​ຊຸດ​ໂຊມ​ລົງ​ອີກ

(GMT+08:00) 2011-12-02 19:46:38     cri
ວັນ​ທີ1​ທັນວາ​ນີ້,ສະຫະ​ປະຊາ​ຊາດ​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ"ສະຖານະ​ການ​ແລະ​ອະນາ ຄົດ​ຂອງ​ເສດ​ຖະ​ກິດ​ໂລກ​ປີ​2012".​ບົດ​ລາຍ​ງານ​ຂຽນ​ວ່າ,​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຊ້າ​ລົງ​ຢ່າງ​ຈະ​ແຈ້ງ​ໃນ​ປີ​2011,​ອົງ​ກອນ​ເສດ​ຖະ​ກິດ​ທີ່​ພັດທະນາ​ແລ້ວ​ຈຳ​ນວນ​ໜຶ່ງ​ມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ​ທີ່​ຈະ​ຊຸດ​ໂຊມ​ລົງ​ອີກ,​ແລະ​ຈະ​ຖ່ວງ​ດຶງ​ປະ​ເທດ​ອື່ນໆ​ໃນ​ໂລກ.

ບົດ​ລາຍ​ງານ​ທີ່​ເຜີຍ​ແຜ່​ໂດຍ​ພະ​ແນ​ກວຽກ​ງານ​ເສດຖະກິດ​ສັງຄົມ​ຂອງ​ສະ​ຫະ​ປະຊາ​ຊາດ ກ່າວ​ວ່າ,​ອັດ​ຕາ​ການ​ຫວ່າງ​ງານ​ຍັງ​ຢູ່​ໃນ​ລະ​ດັບ​ສູງ,​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເຂດ​ເງິນ​ເອີ​ໂຣ,​ພ້ອມ​ດ້ວຍ​ນະ​ໂຍ​ບາຍ​ຮັດ​ກຸມ​ການ​ເງິນ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ເຮັດ​ໃຫ້​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຊ້າ​ລົງ,​ເພີ່ມ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ເຮັດ​ໃຫ້​ເສດ ຖະ​ກິດ​​ຊຸດ​ໂຊມ​ລົງ​ອີກ.​ບົດ​ລາຍ​ງານ​ເຫັນ​ວ່າ,​ປີ​2012​ແມ່ນ​ປີ​ທີ່​ເປັນ​ຂໍ​ກະ​ແຈ​ສຳ​ຄັນ​ທີ່​ຈະ​ເປັນ​ການ​ຕັດ​ສິນ​ວ່າ ​ເສດ​ຖະ​ກິດ​ໂລກ​ຈະ​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ຊ້າ​ຕໍ່​ໄປ​ຫຼື​ວ່າ​ຈະ​ເຂົ້າ​ສູ່​ພາວະ​ຊຸດ​ໂຊມ​ລົງ​ຄືນ​ໃໝ່.

ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ,​ໃນ​ປີ2012,​ລວມ​ຍອດ​ມູນ​ຄ່າ​ການ​ຜະ​ລິດ​ຂອງ​ໂລກ​ຈະ​ເພີ່ມ​ຂຶ້ນ​2,6%,​ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຢ່າ​ຟ້າວ​ຮີບ​ຮ້ອນ​ນຳ​ໃຊ້​ນະ​ໂຍບາຍ​ຮັດ​ກຸມ​ການ​ເງິນ,​ພ້ອມ​ກັນ​ນັ້ນ,​ສະ​ເໜີ​ໃຫ້​ປະ​ຊາ​ຄົມ​ໂລກ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ການ​ນຳ​ໃຊ້​ມາດ​ຕະ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ຕື່ມ​ອີກ,​ເພີ່ມ​ງົບ​ປະ​ມານ​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ,​ເປັນ​ຕົ້ນ​ແມ່ນ:​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ການ​ຍົກ​ສູງ​ສະ ມັດ​ຖະ​ພາບ​ການ​ນຳ​ໃຊ້​ພະ​ລັງ​ງານ,​ການ​ສະ​ໜອງ​ພະ​ລັງ​ງານ​ແບບ​ຍືນ​ຍົງ,​ແລະ​ຄວາມ​ປອດ​ໄພ​ທາງ​ດ້ານ​ສະ​ບຽງ​ອາ​ຫານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ