ນາຍົກ​ໄທຫວັງ​ວ່າຜູ່​ປະສົບ​ໄພ​ທັງ​ໝົດຈະ​ສາມາດ​ກັບຄືນ​ບ້ານ​ກ່ອນ​ຈະ​ຮອດປີ​​ໃໝ່ສາກົນ

(GMT+08:00) 2011-12-02 11:13:18     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 1 ທັນວາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ລັດຖະບານ​ໄທ​ພວມ​ເລັ່ງລັດ​ລະບາຍ​ນ້ຳ​ອັ່ງ​ຂັງ​ລົງສູ່​ທະ​ເລ, ຫວັງວ່າ​ຜູ່​ປະສົບ​ໄພ​ທັງ​ໝົດ​ຈະສາມາດ​ກັບ​ຄືນບ້ານ​​ເຮືອນກ່ອນຈະ​ຮອດ​ປີ​​ໃໝ່ສາກົນ

ທ່ານ​ນາງ​ຍິ່ງລັກ​ ຊິນນະ​ວັດຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຫ້​ຈັງຫວັດ​ນົນ​ທະ​ບູຣີກັບ​ຄື​ນສູ່​ສະພາບປົກກະຕິ​ພາຍໃນ 5 ມື້​ຕໍ່​ໜ້າ.

ມື້​ດຽວ​ກັນ, ທ່ານ​ສຸ​ຂຸມ​ພັນທ໌ ບໍຣີພັດ ​ຜູ່​ວ່າຣາຊະ​ການກຸງ​ເທບ​ມະຫານະຄອນ​ກໍ່​ກ່າວ​ວ່າ, ທ່ານ​ຫວັງວ່າ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມທັງ​ໝົດ​ຈະສາມາດ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ກ່ອນ​ວັນ​ທີ 31 ທັນວາ​ນີ້, ​ເພື່ອ​ຕ້ອນຮັບ​ປີ​ໃໝ່ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ