ສະພາ​ມົນຕີ​ສິດທິ​ມະນຸດ​ຂອງສະຫະ​ປະຊາ​ຊາດ​ຮັບຮອງ​ມະຕິ​ກ່ຽວ​ກັບ​ບັນ​ຫາ​ຊີຣີ

(GMT+08:00) 2011-12-03 14:11:19     cri
ສະພາ​ມົນຕີ​ສິດທິ​ມະນຸດ​ຂອງສະຫະ​ປ​ະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ໃນ​ວັນ​ທີ2​ທັນວາ​ນີຢູ່​ເຊີ​ແນວ​ແຫ່ງ​ສ​ວິສ,​​ໄດ້​ຜ່ານ​ຮັບ​ຮອງ​ມະຕິ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ​ຊີຣີທີ່​ສະ​ເໜີ​​ໂດຍ​ສະຫະພາບ​ເອີ​ລົບ.

ມະຕິ​ດັ່ງກ່າວ​ມີ​ເນື້ອ​ໃນ​ທີ່​ຮຽກຮ້ອງໃຫ້​ລັດຖະບານ​ຊີຣີຢຸດຕິ​ທຸກການ​ກະທຳ​ທີ່ລ່ວງ​ລ້ຳ​ສິດທິ​ມະນຸດ,ປ່ອຍ​ຕົວ​ຜູ່​ຖືກ​ຈັບ,ຮັບ​ເອົາ​ການ​ຕິດຕາມ​ກວດກາ​ຈາກ​ປະຊາ​ຄົມ​ໂລກ.ມະຕິ​ຍັງ​ເຊື້ອ​​ເຊີນ​ໃຫ້​ສະຫະ​ປະຊາ​ຊາດ,ສັນນິບາດ​ອາຣັບ​ແລະ​ອົງການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ​ທີ່​ກ່ຽວຂ້ອງ​ສະໜັບສະໜູນ​ມາດ​ຕະການ​ກ່ຽວ​ກັບ​ການ​ປົກ​ປ້ອງ​ປະຊາຊົນ​ຊີຣີ,ສະກັດ​ກັ້ນ​ການ​ກະທຳ​ລ່ວງ​ລ້ຳ​ສິດທິ​ມະນຸດ​ຢ່າງ​ຂະ​ໜາດ​ໃຫຍ່,ຊ່ວຍ​ຊີຣີ​ເພີ່ມ​ທະວີ​ຄວາມ​ເປັນ​ອິດສະຫຼະທາງ​ດ້ານ​ຕຸລາການ,ປະຕິ​ຮູບ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ.

ຣັດ​ເຊຍ,​ເອກ​ວາ​ດໍ,ກູ​ບາ​ແລະ​ຈີນ​ໄດ້​ປ່ອນ​ບັດ​ບໍ່​ເຫັນ​ດີ​ຕໍ່​ມະຕິ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ