ຜູ່​ອຳ​ນວນ​ການ​ໃຫຍ່CRIພົບ​ປະ​ຜູ່ອຳນວຍການໃຫຍ່​ວິທະຍຸກະຈາຍສຽງ​ແຫ່ງ​ຊາດ​ລາວ

(GMT+08:00) 2011-12-03 14:00:01     cri

ຕາມ​ຂ່າວCRI: ວັນ​ທີ 2 ທັນວາ​ນີ້, ທ່າ​ນວາງ​ເກີ່ງ​ນຽນ ຜູ່​ອຳນວຍ​ການ​ໃຫຍ່ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI​ ​ໄດ້​ພົບ​ປະ​ທ່ານ​ສີພາ ນົງ​ລາດ ຜູ່​ອຳນວຍ​ການ​ໃຫຍ່​ກະຈາຍສຽງວິທະຍຸ​ແຫ່ງ​ຊາດ​ລາວທີ່​ມາ​ປັກ​ກິ່ງ​ເຂົ້າຮ່ວມ"​ເວທີ​ປຶກສາ​ຫາລື​ຮ່ວມ​ມື​ສື່​ມວນ​ຊົນວິທະຍຸ​ຕົວ​ເມືອງ​ສາກົນ",ສອງ​ຝ່າຍ​​​​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ເພິ່ມທະວີ​ການ​ຮ່ວມ​ມື​ຕື່ມ​ອີກ.

ກ່ອນ​ອື່ນໝົດ, ທ່ານ​ວາງ​ເກີ່ງ​ນຽນ​ຍິນ​ດີ​ຕ້ອນຮັບ​ໝູ່​ເພື່ອນ​ລາວ​ທີ່​ມາ​ຢາມ​ຢ່າງ​ສຸດ​ອົກ​ສຸດ​​ໃຈ, ທ່ານ​ກ່າວ​ວ່າ, ​ໄມ​ຕີຈິດມິ​ດຕະພາບ​ລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນກັບ​ວິ​ທະ​ຍຸ​ກະຈາຍສຽງແຫ່ງ​ຊາດ​ລາວມີ​ປະ​ຫວັດຍາວ​ນານມາ​ແຕ່​ບູຮານ​ນະ​ການ​, ການ​ແລ​ກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ວິທະຍຸ​ສອງ​ແຫ່ງ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ, ​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ຕື່ມ​ອີກ​. ປີ 2006, ລາຍການFM​ຂອງCRIທີ່​ນະຄອນຫຼວງວຽງ​ຈັນ​ເລິ່ມອອກ​ອາກາດ, ປີ2011, ສຳນັກງານ​ຜູ່​ຕາງໜ້າ​CRI​ທີ່​ວຽງ​ຈັນ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ພາຍ​ໃຕ້​ການ​ສະໜັບ​ສະ​ໜູນ​ອັນ​ແຂງ​ແຮງ​ຂອງ​ວິ​ທະ​ຍຸກະຈາຍສຽງ​ແຫ່ງ​ຊາດ​ລາວ, ລາຍການ​ແບບ​ທ້ອງ​ຖິ່ນ​ຂອງCRI​ນັບ​ມື້​ນັບໄດ້ຮັບ​ຄວາມ​ຕີ​ລາຄາ​ສູງ ​ແລະ ຄວາມ​ນິຍົມຊົມ​ຊອບຂອງ​ປະຊາຊົນ​ລາວ. ທ່ານ​ວາງ​ເກີ່ງ​ນຽນ​ກ່າວ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍສາມາດ​ຜ່ານການ​ຕິດ​ຕໍ່​ພົວພັນ​ກັນ​​ເພື່ອດຳ​ເນີນ​ການ​ຮ່ວມ​ມື​ດ້ວຍ​ຊ່ອງ​ທາງ​ຫຼາຍກວ່າ​ເກົ່າຕື່ມ​ອີກ.

ທ່ານ​ສີພາ ນົງ​ລາດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶນ​ຄົບຮອບ 70 ປີ, ພ້ອມ​ທັງ​ຍ້ອງຍໍ​ລາຍການFMຂອງ​CRIທີ່​ນະຄອນຫຼວງວຽງ​ຈັນ​ມີ​ຄຸນ​ນະພາ​ບດີ, ​ໄດ້​ຮັບ​ນິຍົມ​ຊົມ​ຊອບ​ຂອງ​ປະຊາຊົນ​ລາວ. ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ​ກັບ ວິທະຍຸ​ກະຈາ​ຍສຽງແຫ່ງ​ຊາດ​ລາວ​ແມ່ນສາຍພັນທີ່​ດີງາມ, ຫວັງ​ໃຫ້​ສອງ​ຝ່າຍ​ສາມາດ​ເພິ່ມທະວີ​ການ​ຮ່ວມມືຕື່ມ​ອີກ​​ ​ແລະ ບັນລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ​ໃນ​ອະນາຄົດ.

"​ເວທີ​ປຶກສາ​ຫາລື​ຮ່ວມ​ມື​ສື່​ມວນ​ຊົນວິທະຍຸ​ຕົວ​ເມືອງ​ສາກົນ"​ແມ່ນ​ຈັດ​ຂຶ້ນ​ດ້ວຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ພາຍ​ໃຕ້ຫົວ​ຂໍ້​ວ່າ"ການ​ຮ່ວມ​ມື​ແລະ​ການພັດທະນາ​ຂອງ​ສື່​ມວນ​ຊົນວິທະຍຸ​ຕົວ​ເມືອງ​ສາກົນ​ໃນ​ສະ​ໄໝ​ໂລກາ​ວິວັດ", ​ໄດ້​ດຶງ​ດູດ​ຜູ່​ຕາງໜ້າ 100 ກວ່າ​ທ່ານ​ທີ່​ມາ​ຈາກ​ສື່ມວນ​ຊົນ​ວິທະຍຸ​ຕົວ​ເມືອງ 40 ກວ່າ​ແຫ່ງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ມາ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ