"​ເວັບ​ໄຊ​ວິ​ດີ​ໂອ​ທ່ຽນ​ຕີ້"ຂຶ້ນ​ອິນ​ເຕີ​ເນັດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-12-03 13:57:37     cri

ເນື່ອງ​ໃນ​ໂອກາດ​ລະ​ລຶກວັນ​ສ້າງ​ຕັ້ງວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ​CRI​ຄົບຮອບ 70 ປີ, ວັນ​ທີ 3 ທັນວາ​ນີ້, "​ເວັບ​ໄຊ​ວິ​ດີ​ໂອ​ທ່ຽນ​ຕີ້" ​ເຊິ່ງ​ເປັນ​ເວທີໂຄສະ​ພາ​ສື່​ໃໝ່​ອັນ​ສຳຄັນ​ອີກ​ອັນໜຶ່ງ​ທີ່​ຂຶ້ນ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຂຶ້ນ​ອິນ​ເຕີ​ເນັດ​ຢ່າງ​ເປັນ​ທາງ​ການ. ຜູ່​ໃຊ້​ອິນ​ເຕີ​ເນັດສາມາດຂຶ້ນ​ເວັບ​ໄຊດັ່ງກ່າວ, ​​ເພື່ອຊົມ​ເບິ່ງຂໍ້ມູນ​ວິ​ດີ​ໂອ​ທີ່​ມີ​ຫຼາຍຢ່າງ​ຫຼາຍ​ແນວ.

ຊື່​ຂຶ້ນ​ທະບຽນ​ຂອງ"​ເວັບ​ໄຊ​ວິ​ດີ​ໂອ​ທ່ຽນ​ຕີ້"​ແມ່ນwww.T-D.TV . ​ເວັບ​ໄຊ​ນີ້​ມີ​ມີ​ຈຸດ​ພິເສດທີ່​ປະກາດ​ວິ​ດີ​ໂອ​ທີ່​ປະດິດ​ສ້າງ​​ດ້ວຍ​ຕົນ​ເອງ. ​ເຊິ່ງ​ຖື​ການ​​ເຜີຍ​ແຜ່ໂຄສະ​ພາ​ວັດທະນະທຳ​ເປັນ​​ໃຈກາງ, ອາ​ໄສ​ຂໍ້​ມູນ​ຂ່າວສານ​ອັນ​​ອຸດົມ​ສົມບູນ​ຂອງCRI, ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ່​ຟັງ​​ທີ່ຕ່າງ​ກັນ​ທີ່​ຢູ່​ຈີນ ​ແລະ ຕ່າງປະ​ເທດ,​ເຮັດ​ລາຍການ​ທີ່​ມີ​ສີສັນ​ພິ​ເສດ ​ແລະ ຄຸນ​ນະພາ​ບດີ. ຢູ່​ຈີນ​ ຖື​ຂ່າວສາກົນວິ​ດີ​​ໂອ​ເປັນ​ເນື້ອ​ໃນ​ຕົ້ນຕໍ, ​ໂຄສະ​ນາ​ຍີ່​ຫໍ້"ຂໍ້​ມູນຂ່າວສານ​ທົ່ວ​ໂລກ", ຢູ່​ຕ່າງປະ​ເທດ ຖື​ການ​ໂຄສະນາ​ວັດທະນະທຳ​ຈີນ​ດ້ວຍ​ຫຼາຍ​ພາສາ​ເປັນ​ເນື້ອ​ໃນ​ຕົ້ນຕໍ, ລົງ​ເລິກຂະຫຍາຍ ​ແລະ ​ແນະນຳ​​ເນື້ອ​ໃນ​ປັດ​ໄຈ​ຂອງ​ຈີນ​ທີ່​ຄົນ​ຕ່າງປະ​ເທດ​ສົນ​ໃຈ ​​ເຊັ່ນ,ສອນ​ພາສາ​ຈີນ, ທ່ອງ​ທ່ຽວ, ສີ​ລະ​ປະ, ວັດຖຸບູຮານ ​ແລະ ອາຫານ​ການ​ກິນ​ເປັນ​ຕົ້ນ, ຮັບ​​ໃຊ້​ຕໍ່​ຊາວ​ເນັດ​ທົ່ວ​ໂລກ. ປັດຈຸບັນ, ​ເວັບ​ໄຊ​ມີ​ສະບັບ​ພາສາ​ຈີນ ​ແລະ ພາສາ​ອັງກິດ, ​ໃນ​ຕໍ່ໜ້າ​ຍັງ​ຈະ​ເພິ່ມ​ເນື້ອ​ໃນ​ພາສາ​​ອື່ນໆຕາມ​ລຳດັບ, ຈໍ່​ຕົວ​ເປັນ​ສີສັນ​ຫຼາຍ​ພາສາ ​ແລະ ​ແບບ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ