ທ່ານ​ຫູ​ຈີນ​ທາວ, ປະທານ​ປະ​ເທດ​ຈີນ​ ຊົມ​ເຊີຍການ​ສ້າງ​ຕັ້ງຂອງ​ປະຊາ​ຄົມ​ປະ​ເທດອາ​ເມ​ລິ​ກາລາ​ຕິນ​ແລະກາ​ລາ​ອິບ

(GMT+08:00) 2011-12-04 14:38:58     cri
ວັນທີ 2 ທັນວານີ້, ທ່ານຫູຈີນທາວ, ປະທານປະເທດຈີນສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ຮູ​ໂກ ຈາ​ວິສ, ປະທານາທິບໍດີເວ​ເນ​ຊູ​ເອລາ ​ແລະ​ທ່ານ​ເຊ​ບັສຕຽນ ພີ​ເຣ​ຣາ, ປະທາ​ນາ​ທິບໍດີ​ຈີ​​ເລ, ຊົມ​ເຊີຍ​ການ​ສ້າງ​ຕັ້ງ​​ຂອງ​ປະຊາ​ຄົມ​ປະ​ເທດອາ​ເມ​ລິ​ກາລາ​ຕິນ​ແລະກາ​ລາ​ອິບ.
​ໃນ​ໂທລະ​ເລກ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ການ​ສ້າງ​ຕັ້ງ​​ຂອງ​ປະຊາ​ຄົມ​ປະ​ເທດອາ​ເມ​ລິ​ກາລາ​ຕິນ​ແລະກາ​ລາ​ອິບ​ແມ່ນ​​ຫຼັກໝາຍ​ທາງ​ອັນ​ສຳຄັນ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກພື້ນ. ຈີນ​ຕີ​ລາຄາ​ສູງ​ຕໍ່ພາກ​ພື້ນອາ​ເມ​ລິ​ກາລາ​ຕິນ​ແລະ​ຄຣີ​ບຽນທີ່​ໄດ້​ເສີມ​ຂະ​ຫຍາ​ຍບົດບາດອັນ​ຕັ້ງໜ້າ​ໃນ​ວຽກ​ງານ​ສາກົນ​​ແລະ​ພາກ​ພື້ນ, ​ເຊື່ອ​ວ່າ, ການ​ສ້າງ​ຕັ້ງ​ຂອງ​ປະຊາ​ຄົມ​ປະ​ເທດອາ​ເມ​ລິ​ກາລາ​ຕິນ​ແລະກາ​ລາ​ອິບຈະ​ປະ​ກອບ​ສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ປະສານ​ງານຂອງ​ພາກ​ພື້ນ ​ແລະຮ່ວມ​ກັນຮັບ​ມື​ກັບ​ສິ່ງ​ທ້າທາຍ​​ໃນ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ