ທ່ານ​ເຮີ​ມັນ ​ແຄນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ສາ​ທາ​ລະນະ​ລັດອາ​ເມ​ລິ​ກາ​ປະ​ກາດ​ຖອນ​ຕົວ​ອອກ​ຈາກ​ການ​ເລືອກ​ຕັ້ງ

(GMT+08:00) 2011-12-04 16:27:07     cri
ວັນ​ທີ 3 ທັນວາ​ນີ້, ທ່ານ​ເຮີ​ມັນ ​ແຄນ, ນັກທຸລະກິດ​ ຜູ້​ສະໝັກຮັບ​ເລືອກ​ຕັ້ງ​ປະທາ​ນາທິ​ບໍດີ​ຂອງ​ພັກສາທາ​ລະນະ​ລັດ​ອາ​ເມ​ລິ​ກາ, ປະກາດ​ຖອນ​ຕົວອອກ​ຈາກ​ການ​ເລືອກ​ຕັ້ງ​.

5 ມື້ກ່ອນ, ນັກທຸລະກິດ​ຜູ້ຍິງຜູ້ໜຶ່ງ​ເວົ້າ​ວ່າ, ທ່ານ​ແຄນ​ເຄີຍມີ​ການ​ພົວພັນ​ສູ້​ສາວ​ກັບ​ຕົນ​ເອງ 13 ປີ, ​ເດືອນ​ໜຶ່ງ​ກ່ອນ, ມີ​ຜູ້ຍິງ 4 ຄົນ​ໄດ້​ກ່າວ​ຫາວ່າ​ທ່ານ​ແຄນ​ເຄີຍມີ​ການ​ກະທຳ "ລ່ວງ​ລະ​ເມີດ​ທາງ​ແພດ" ຕໍ່​ຕົນ​ເອງ. ​ເຖິງ​ວ່າ​ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ເພື່ອ​ຖອນ​ຕົວ​ອອກ​ຈາກ​ການ​ເລືອກ​ຕັ້ງ, ທ່ານ​ແຄນ​ຍຶດໝັ້ນ​ວ່າ​ຕົນ​ເອງ​ບໍ່​ເຄີຍ​ເຮັດ​ເລື່ອງ​ດັ່ງກ່າວ​ແລະ​ກ່າວ​ວ່າ, "ຂ່າວ​ລື​ກ່ຽວ​ກັບ​ການ​ພົວພັນ​ສູ້​ສາວ" ທີ່​ເຜີຍ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ​ນັ້ນ, ​ແມ່ນ​ກົນອຸບາຍ​ຂອງ​ຄູ່​ແຂ່ງ​ການ​ເລືອກ​ຕັ້ງ. ​ແຕ່ດ້ວຍ​ຜົນ​ກະ​ທົບ​ຈາກ​​​​ເລື່ອງ​ເຫຼົ່ານີ້, ຜົນ​ການ​ຢັ່ງ​ປະຊາ​ມະຕິ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ສະໜັບ​ສະໜູນ​ທ່ານ​ແຄນ​ໄດ້ຫຼຸດລົງ​ຢ່າງ​ຫຼວງ​ຫຼາຍ, ​ເຊິ່ງຈາກ 30% ​ໃນ​ຕົ້ນ​ເດືອນ​ພະຈິກຫຼຸດລົງ​ມາ​ເປັນ 14% ​ແລ້ວ.

ນັກວິ​ເຄາະ​ເຫັນ​ວ່າ, ​ເມື່ອ​ທ່ານ​ແຄນ​ຖອນ​ຕົວອອກ​ແລ້ວ, ຜູ້​ສະ​ໜັບສະ​ໜູນ​ຂອງ​ທ່ານ​ຈະ​ມີ​ຫຼາຍຄົນ​​ຫັນ​ໄປ​ສະໜັບ​ສະໜູນ​ທ່ານນິວທ໌ ຄິງຣີຈ໌. ອີກ​ດ້ານໜຶ່ງ, ທ່ານ​ແຄນ​ຖອນຕົວ​ອອກ​ຈາກ​ການ​ເລືອ​ກຕັ້ງ​ແລ້ວ, ຈະ​ເຮັດ​ໃຫ້ສື່​ມວນ​ຊົນສຸມ​ໃສ່ທ່ານ​ຄິງຣີຈ໌, ​ເຊິ່ງກໍ່​ເປັນ​ຜູ້​ໜຶ່ງ​ທີ່​ມີ​ບັນຫາ​ຫຼາຍ​ຄື​ກັນ, ​ໃນ​ນັ້ນ​ລວມທັງ​ບັນຫາ​ຄອບຄົວ​ສ່ວນ​ຕົວ,​ໃນ​ເວລາ​ເປັນ​ທີ່​ປຶກສາ​ໃຫ້​ອົງການ​ປ່ອຍ​ເງິນ​ກູ້​ໃຫ້ການ​ຊື້​ເຮືອນ​ຢູ່​ສະຫະພັນ​ໄດ້​ຮັບ​ເງິນ​ຈ້າງ​ສູງ​ແລະ​ບັນຫາ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ