ຮອດ​ປີ 2015, ຍອດ​ມູນ​ຄ່າ​ການ​ຄ້າດ້ານ​ການ​ບໍລິການ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຈະ​ບັນລຸ 600 ຕື້​ໂດ​ລາ

(GMT+08:00) 2011-12-04 16:32:40     cri
ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ໄດ້​ເປີ​ດ​ເຜຍ "ແຜນການ '​5 ປີ​ຄັ້ງ​ທີ 12' ກ່ຽວ​ກັບ​ການ​ພັດທະນາ​ການ​ຄ້າດ້ານການ​ບໍລິການ", ​ໂດຍ​ກຳນົດ​ວ່າ, ຮອດ​ປີ 2015, ຍອດ​ມູນ​ຄ່າ​ການ​ຄ້າ​ດ້ານການ​ບໍລິການ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​​ຈະບັນລຸ 600 ຕື້​ໂດ​ລາສະ​ຫະລັດ, ຈັງ​ຫວະ​ເຕີບ​ໂຕສະ​ເລ່ຍຕໍ່​ປີ​ຈະ​ສູງ​ກວ່າ 11%, ​ໃນ​ຍອດ​ມູນ​ຄ່າ​ດັ່ງກ່າວ, ອັດ​ຕາຂອງ​ການ​ຄ້າດ້ານ​ການ​ບໍລິການ​ທີ່ມີ​ຄວາມ​ຮູ້​ໂຮມ​ສູນ, ​ເຕັກນິກ​ໂຮມ​ສູນ​ແລະ​ມີ​ມູນຄ່າ​ເພີ່ມ​ສູງ​ເຊິ່ງລວມທັງ​ໂທລະ​ຄົມ, ຄອມ​ພິວ​ເຕີ, ການ​ບໍລິການ​ດ້ານຂໍ້​ມູນ​ຂ່າວສານ, ການ​​ເງິນ, ວັດທະ​ນະທຳ​ແລະ​ການ​​ໃຫ້​ຄຳ​ປຶກສາ​ເປັນ​ຕົ້ນ​ຈະ​ຫຼາຍກວ່າ 45%, ສ້າງ​ວິ​ສາ​ຫະກິດຈຸດໜັກ​ງວດ​ໜຶ່ງທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ​ແລະ​ມີ​ຊື່ສຽງ​ໃນ​ຕະຫຼາດ​ສາກົນ, ສ້າງ "ການ​ບໍລິການ​ຍີ່​ຫໍ້​ຈີນ".

ໃນ​ໄລຍະ 5 ປີ​ຄັ້ງ​ທີ 11, ຄື​ ​ແຕ່​ປີ 2006 ຫາ​ປີ 2010, ການ​ຄ້າດ້ານກາ​ນບໍລິການຂອງ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ຍອດ​ມູນ​ຄ່າ​ການ​ຄ້າ​ດ້ານການ​ບໍລິການຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ ຈາກ 191 ຕື້ 700 ລ້ານ​ໂດ​ລາ​ເພີ່ມ​ຂຶ້ນ​ເປັນ 362 ຕື້ 400 ລ້ານ​​ໂດ​ລາ, ອັດຕາ​ເພີ່ມ​ຂຶ້ນ​ບັນລຸ 89%, ສະ​ເລ່ຍຕໍ່​ປີ​ແມ່ນ 17,3%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ