ສັນ​ນິ​ບາດ​ອາ​ຣາບ​ຕົກ​ລົງ​ລາຍ​ຊື່​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ຊີ​ລີ

(GMT+08:00) 2011-12-04 16:36:44     cri
ວັນ​ທີ 3 ທັນວາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຊີ​ລີ​ກ່າວ​ປະນາມ​ຢ່າງຮຸນ​ແຮງ​ຕໍ່​ກຳມາ​ທິ​ການ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດຮັບຮອງ​ມະຕິ​ທີ່​ບໍ່​ສະ​ເໝີ​ພາບ​ໃນ​ຫວ່າງ​ມໍ່ໆ​ນີ້, ກ່າວ​ເນັ້ນ​ວ່າ, ມະຕິ​ດັ່ງກ່າວ​ແມ່ນ​ກຳນົດ​ອອກ​ມາ​ຕາມ​ການ​ໃສ່ຮ້າຍ​ປ້າຍ​ສີ​ແລະ​ຂ່າວ​ລື​ຂອງອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ​ໄດ້​ແຊກ​ແຊງ​ວຽງ​ງານ​ພາຍ​ໃນ​ຂອງ​ຊີ​ລີ​ຢ່າງຮ້າຍ​ແຮງ.

ວັນ​ທີ 2 ທັນວາ​ນີ້, ກຳມາ​ທິການ​ບໍລິຫານ​ງານ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິ​ສະບັບ​ໜຶ່ງ​ກ່ຽວ​ກັບ​ສະຖານະ​ການ​ສິດທິ​ມະນຸດ​ຊີ​ລີ​ທີ່​ສະ​ເໜີ​ໂດຍ​ສະຫະພາບ​ເອີ​ລົບ, ຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ລີ​ຢຸດ​ເຊົາ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ທຸກ​ຢ່າງ, ປ່ອຍຜູ້​ຖືກ​ກັກ​ຕົວ, ຮັບ​ການ​ສຳຫຼວດ​ຂອງ​ສາກົນ.

ນອກ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 3 ທັນວາ​ນີ້, ກອງ​ປະຊຸມ​ລະດັບ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ສັນນິບາດ​ອາຣາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ໂດຮາ​ຂອງປະ​ເທດກາ​ຕາ, ​ໄດ້​ຕົກລົງ​ລາຍ​ຊື່​ລົງ​ໂທດ​ເຈົ້າໜ້າ​ທີ່​ລະດັບ​ສູງ​ແລະ​ບຸກຄົນ​ລະດັບ​ສູງ 19 ຄົນ​ຂອງ​ຊີ​ລີ, ຫ້າມບໍ່​ໃຫ້​​ເຂົ້າປະ​ເທດ​ອາຣາບອື່ນໆ, ​ແລະ​ໂຈະ​ທຶນ​ເຂົາ​ເຈົ້າ.

ກອງ​ປະຊຸມ​ຍັງ​ຕົກລົງ​ວ່າ, ຫ້າມ​ບໍ່​ໃຫ້​ອາວຸດ​ປະ​ເພດ​ຕ່າງໆ​ຂົນ​ເຂົ້າ​ຊີ​ລີ​ໂດຍ​ຜ່ານ​ປະ​ເທດ​ສັນນິບາດ​ອາຣາບ, ​ແຕ່​ວັນ​ທີ 15 ທັນວາ​ນີ້​ເປັນ​ຕົ້ນ​ໄປ, ຫຼຸດຖ້ຽວ​ບິນ​ໄປ​ກັບ​ຊີ​ລີລົງ 50%, ​ໃນ​ນັ້ນ, ຍັງ​ລວມທັງ​ຖ້ຽວ​ບິນ​ຂອງ​ບໍລິສັດ​ການບິນ​ຊີ​ລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ