ການ​ເລືອກ​ຕັ້ງຂອງ​ສະພາ​ດູ​ມາ​ຣັດ​ເຊຍ​ເລິ່ມປ່ອນ​ບັດ

(GMT+08:00) 2011-12-04 14:51:55     cri

ການ​ເລືອກ​ຕັ້ງ​ຂອງສະພາ​ດູ​ມາ​ຣັດ​ເຊຍ​ຄັ້ງ​ທີ 6 ເລິ່ມປ່ອນ​ບັດ. ຢູ່ຣັດ​ເຊຍ​ໄດ້​ຈັດ​ຕັ້ງ​ສະຖານ​ທີ່ປ່ອນ​ບັດ 9 ໝື່ນ 6 ພັນ​ກວ່າ​ແຫ່ງ, ສະຖາ​ທີ່​ປ່ອນ​ບັດ​ແຫ່ງ​ຕ່າງໆ​ຈະ​ເປີດ​​ໃຫ້​ປະຊາຊົນຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ 8 ​ໂມງ​ເຊົ້າ​ວັນ​ທີ 4 ທັນວາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ແລະ​ຈະ​ສິ້ນ​ສຸດ​ກາ​ນປ່ອນ​ບັດໃນ 20 ​ໂມງ​ຂອງ​ມື້​ດຽວ​ກັນ.

ພັກ​ການ​​ເມືອງ 7 ພັກ ​ເຊິ່ງລວມທັງພັກ​ທ້ອນໂຮມຣັດ​ເຊຍເປັນເອກະ​ພາບ​​​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ດູ​ມາ​ເທື່ອ​ນີ້. ທ່ານ​ດີມີຕຣີ ເມັດເວເດັຟ ປະ​ທະ​ນາ​ທິບໍດີຣັດ​ເຊຍ​ນຳ​ພາ​ພັກ​ດັ່ງກ່າວ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​. ຜົນ​ການ​ຢັ່ງ​ປະຊາ​ມະຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ພັກທ້ອນ​ໂຮມຣັດ​ເຊຍ​ເປັນ​ເອກະ​ພາບ​ຈະ​ໄດ້​ບັດ 53,7%, ຮັກສາ​ຖານະ​ພັກ​ໃຫຍ່​ທີ​ໜຶ່ງ​ໃນ​ສະພາ. ພັກ​ກອມ​ມູນິດ​ຣັດ​ເຊຍ, ພັກ​ເສລີ​ປະຊາທິປະໄຕຣັດ​ເຊຍ, ພັກຣັດ​ເຊຍ​ທ່ຽງ​ທຳ​ຈະ​ຕ່າງ​ໄດ້​ຮັບ​ບັດ​ 16,7%, 11,6% ​ແລະ 10%, ສ່ວນ​ອັດຕາ​ໄດ້​ຮັບ​ບັດ​ການ​ເລືອກ​ຕັ້ງ​ຂອງພັກ​ການ​ເມືອງ​ອື່ນໆຕ່ຳ​ກວ່າ 3%ນັ້ນ ,ຈະບໍ່​ມີ​ທີ່​ນັ່ງ​ຢູ່​ໃນ​ສະພາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ