ອິນ​ໂດ​ເນ​ເຊຍຈະ​ດຶງດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 8 ລ້ານ​ຄົນ​ໃນ​ປີ2012

(GMT+08:00) 2011-12-04 14:55:26     cri

ຕາມ​ຂ່າວສານຈີນ: ຫວ່າງ​ມໍ່ໆ​ນີ້, ຢູ່​ເກາະ​ບາ​ຫຼຂອງ​ອິນ​ໂດ​ເນ​ເຊຍີ,ທ່ານ​ນາງ​ມາຣີ ພັງ​ອັສດູ ລັດຖະມົນຕີ​ວ່າການ​ກະຊວງ​ການທ່ອງທ່ຽວ​​ແລະ​ເສດຖະກິດຫົວຄິດ​ປະດິດ​ສ້າງອິນ​ໂດ​ເນ​ເຊຍກ່າວ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ເທົ່າ​ນັ້ນ, ​ແຕ່​ອິນ​ໂດ​ເນ​​ເຊຍ​ມີຄວາມ​ໝັ້ນ​ໃຈ​ບັນລຸ​ເປົ້າໝາຍ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເ​ທດ 8 ລ້ານ​ຄົນ​ໃນ​ປີ2012.


ນາງ​ມາ​ຣີ  ພັງ​ອັສດູ​ກ່າ​ວວ່າ, ​ເພື່ອ​ສະໜັບສະໜູນ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວຢູ່ອິນ​ໂດ​ເນ​ເຊຍຢ່າງ​ຕໍ່​ເນື່ອງ, ​ກະຊວງ​ການທ່ອງທ່ຽວ​​ແລະ​ເສດຖະກິດຫົວຄິດ​ປະດິດ​ສ້າງອິນ​ໂດ​ເນ​ເຊຍຢ່າງ​ໜ້ອຍ​ຈະ​ໃຊ້​ງົບປະມານ210ລ້ານ​ໂດ​ລາ​ສະຫະ​ລັດມາ​ຊຸ​ກຍູ້​ຂະ​​ແໜງ​ການທ່ອງທ່ຽວ ​ແລະ ​ເສດຖະກິດ​ຫົວຄິດ​ປະດິດ​ສ້າງ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດຶງ​ດູດນັກ​ທ່ອງ​ທ່ຽວຕ່າງປະ​ເທດ​​ໃນ​ປີ2012​ໃຫ້ເພິ່ມຂຶ້ນ 3,89% ​ເມື່ອທຽບ​ກັບ​ປີ​ນີ້.

ທ່ານນາງ​ມາຣີ ພັງ​ອັສດູກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ທີ່​​ເສດຖະກິດ​ໂລກ​ພັດທະນາ​ບໍ່ໝັ້ນ​ທ່ຽງ, ອິນ​​ໂດ​ເນ​ເຊຍ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນຂອງຈີນ, ອິນ​ເດຍ, ຣັດ​ເຊຍ ​ແລະ ອົສຕຼາລີມາ​ທ່ຽວ​ຢູ່​ອິ​ນ​​ໂດ​ເນ​ເຊຍຫຼາຍ​ກວ່າ​ເກົ່າ, ​ເພາະວ່າ​​ການ​ເຕີບ​ໂຕ​ຂອງເສດຖະກິດປະ​ເທດ​ເຫຼົ່າ​ນີ້ຍັງ​ໝັ້ນ​ທ່ຽວຢູ່.

ຕາມ​ໄດ້​ຊາບ, ປັດຈຸບັນ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ພວມ​ຫາລື​ວິຊາ​ຮ່ວມ​ກັນ​ໃນ​ພາກ​ພື້ນ​ອາ​ຊຽນ, ຖ້າວ່າ​ປະ​ເທດ​ອາ​ຊຽນປະ​ເທດ​ໜຶ່ງ​ອອກ​ວິຊາ​​ໃຫ້ແລ້ວ,ກໍ່​ສາມາດ​ເຂົ້າ​ໃນ​ປະ​ເທ​ດອື່ນໆ​ຂອງ​ອາ​ຊຽນ​ໄດ້. ພ້ອມ​ກັນ​ນັ້ນ, ນັກທຸລະກິດການທ່ອງທ່ຽວຂອງເກາະ​ບີ​ຫຼີກ່າວ​ວ່າ, ການ​​​ໃຫ້​ວິຊາ​ຮ່ວມ​​ຂອງ​ອາ​ຊຽນຈະ​ມີ​ຜົນ​ດີ​ຕໍ່​ການພັດທະນາ​ການທ່ອງທ່ຽວ​ຂອງ​ເກາະ​ບາ​ຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ