CRIຈັດ​ງານ​ມ່ວນ​ຊື່ນ​ຜູ່​ຟັງ​​ແລະສື່​ມວນ​ຊົນ​ຂອງຈີນ​ແລະ​ຕ່າງປະ​ເ​ທດ

(GMT+08:00) 2011-12-04 15:06:37     cri

ຕອນ​ຄ່ຳ​ວັນ​ທີ 3 ທັນວາ​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRIໄດ້​ຈັດງານມ່ວນຊື່ນຜູ່​ຟັງ​​ແລະສື່​ມວນ​ຊົນ​ຂອງຈີນ​ແລະ​ຕ່າງປະ​ເ​ທດຢູ່ຫໍ​ຮັບ​ແຂກລັດຖະບານ​ຕ້ຽວ​ອີ​​ໄຕ​ປັກ​ກິ່ງ ເພື່ອລະ​ລຶກວັນ​ຄົບຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງ CRI

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຫຼີ​ເຫວີຍ ຮອງ​ຫົວໜ້າ​ກົມໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​​ແຫ່ງ​ຊາດ​ຈີນກ່າວ​ ວ່າ, ​ພາລະກິດການ​ກະຈາຍສຽງຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ ​ແລະ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ພັດ​ທະນາມາ​ໄດ້ 70 ປີແມ່ນພົວພັນ​ກັບ​ການພັດທະນາ ​ແລະ ການ​ເຕີບ​ໂຕ​ຢ່າງ​ບໍ່ຢຸດ​ຢັ້ງ​ຂອງ​ປະຊາຊາດ​ຈີນ​ຢ່າງສະໜິດ​ແໜ້ນ, ພ້ອມ​ທັງ​ກໍ່​ແຍກ​ອອກຈາກການ​ເອົາ​ໃຈ​ໃສ່​ຂອງ​ຜູ່​ຟັງ​ອັນ​​ໄພສານ​ຂອງ​ຈີນ​ ​ແລະ ຕ່າງປະ​ເທດ ພ້ອມ​ທັງ​ການ​ສະໜັບສະໜູນອັນ​ແຂງ​ແຮງ​ຈາກ​ຄູ່​ຮ່ວມ​ມື​ບໍ່​ໄດ້. ທ່ານ​ຮຽກຮ້ອງ​ໃຫ້​CRIສືບ​ຕໍ່ທຳ​ຄວາມ​ພະຍາ​ຍາມ​,ບໍ່​ເຮັດ​ໃຫ້​ເພື່ອນ​ມິດ​ວົງ​ການ​ຕ່າງໆ ແລະ ​ຜູ້​ຟັງທັງຫຼາຍຜິດ​ຫວັງ, ​ໄປ​ຊີງ​ເອົາ​ຜົນສຳ​ເລັດຫຼາຍ​ກວ່​າ​ເກົ່າ​ເພື່ອ​ຊຸກ​ຍູ້ການ​ສ້າງສາ​ໂລກທີ່​ກົມກຽວ​ກັນ ​ແລະ ​ເພິ່ມຄວາມສຸກ​ຂອງ​ປະຊາຊົນ​ໃນ​ໂລກ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ວາງ​ເກີ່ງ​ນຽນ ຫົວໜ້າ​CRIກ່າວ​ວ່າ, 70 ປີ​ມາ​ນີ້, CRIກັບ​ຜູ່​ຟັງ​ທັງຫຼາຍ​​ເຂົ້າໃຈ​ເຊິ່ງກັນ​ແລະ​ກັນ,​ແລະ​​​ໄດ້ຜູກ​ມິດຕະພາບ​ອັນ​ເລິກ​ເຊິ່ງ.

ຜູ່ຕາງໜ້າ 300 ກວ່າ​ຄົນ ​ເຊິ່ງລວມທັງ​ທ່ານ​ສີພາ ນົງ​ລາດ ຜູ່​ອຳນວຍ​ການ​ໃຫຍ່​ວິທະຍຸ​ແຫ່ງ​ຊາ​ດລາວ ​ແລະ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ມ່ວນ​ຊື່ນ.

ວິທະຍຸ​ສາກົນ​ແຫ່ງ​ປະ​ເ​ທດຈີນ ຫຼື CRI​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 3 ທັນວາປີ1941. ​ເພື່ອ​ລະ​ລຶກວັນ​ສ້າງ​ຕັ້ງCRI​ຄົບຮອບ 70 ປີ, ຫຼາຍ​ມື້​ມໍ່ໆ​ມາ​ນີ້, CRI​ໄດ້​ຈັດ​ກິດຈະກຳ​ສະຫຼອງ​ຫຼາຍຄັ້ງ​ແລ້ວ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ