ຜູ່​ປະ​ທ້ວງ​ຮຽກຮ້ອງ​ໃຫ້​ປະ​ເທດທີ່​ພັດທະນາ​ແລ້ວ​ຮັບຜິດຊອບ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(GMT+08:00) 2011-12-04 15:11:04     cri

ວັນ​ທີ 3 ທັນວາ​ນີ້, ຢູ່​ເມືອງ​​ເດີ​ບານ​ຂອງ​ອາ​ຟຼິກາ​ໃຕ້ ຕົວ​ເມືອງ​ຈັດ​ກອງ​ປະຊຸມ​​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບດິນ​ຟ້າ​ອາກາດ​ໄດ້​ເກີດ​ມີ​ການ​​​ເດີນຂະ​ບວນປະ​ທ້ວງ​ຢ່າງຂະໜາດ​ໃຫຍ່, ຜູ່​ປະ​ທ້ວງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຮັບ​ຟັງສຽງ​ຮຽກຮ້ອງ​ຂອງມະຫາຊົນ, ​​​ເຊັນ​ສັນຍາ​ໂດຍ​ໄວ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ປະ​ເທດທີ່​ພັດທະນາ​ແລ້ວ​ຮັບຜິດຊອບ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນຳ​ໜ້າ​ຫຼຸດ​ການ​ລະບາຍ​ອາຍ​ເຮືອນ​ແກ້ວ.

ມື້​ດຽວ​ກັນ, ພວກລັດ​ທິອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ງານ​ປະ​ທ້ວງ​ຢູ່​ລອນ​ດອນ ນະຄອນຫຼວງ​ອັງກິດ, ​ເພື່ອຕອບ​ສະໜອງ​ກອງ​ປະຊຸມ​ດິນ​ຟ້າ​ອາກາດ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເດີ​ບານ​ຂອງ​ອາ​ຟຼິກາ​ໃຕ້, ປະ​ທ້ວງ​ຜູ່ຮັ່ງມີ​ທີ່​ສຸດ​ທີ່​ກວມ​ປະຊາກອນໂລກ 7% ໄດ້​ລະບາຍກອກ​ບອນ 50% ຂອງ​ທົ່ວ​ໂລກ.

ອາດ​ຈະ​ແມ່ນ​ຢູ່ໃຕ້​ບັນຍາກາດ​ແນວ​ນີ້, ທ່ານ​ຄຼິສຕີ​ນາ ຟິກຽວຣີສ໌ ​ເລຂາ​ປະຕິບັດ​ງານ​ຂອງ​ສຳນັກ​ເລຂາ"ສົນທິສັນຍາ​ຂອບ​ຂອງສະຫະ​ປະຊາ​ຊາດກ່ຽວ​ກັບການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​"ກ່າວ​ວ່າ, ກອງ​ປະຊຸມ​ໄດ້​ຮັບ"ຄວາມ​ຄືບ​ໜ້າ​ອັນສຳຄັນ"ຈຳນວນ​ໜຶ່ງ, ຄື, ​ເອກະສານ​ການ​ເຈລະຈາ​ຂອງ"ໜ່ວຍ​ງານ​ພິ​ເສດ​ເພື່ອ​ປະຕິບັດ​ການ​ຮ່ວມ​ມື​ເປັນ​ເວລາ​ຍາວ​ນານ"ຂອງ​ກອງ​ປະຊຸມ​ໄດ້​​ເປີດ​ເຜີຍ​ຢ່າງ​ເປັນ​ທາງ​ການ​ແລ້ວ


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ