ຈີນ​ສະ​ເຫ​ນີ​ເງື່ອນ​ໄຂ 5 ຂໍ້​ໃນ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ມີການ​ຜູກ​ມັດ​ດ້ານ​ກົດຫມາຍ​ຫຼັງ​ປີ2020

(GMT+08:00) 2011-12-05 11:16:35     cri
ຕາມ​ຂ່າວCRI : ໃນ​ໄລຍະ​ກອງ​ປະຊຸມ​ເດີ​ບານ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ, ຜູ່​ຕາງຫນ້າ​ຂອງ​ບາງ​ປະ​ເທດສະ​ເຫ​ນີ​ໃຫ້​ຈີນ​ຄວນ​ເຂົ້າ​ຮ່ວມສັນຍາ​ຂອບທີ່​ມີ​ການ​ຜູກ​ມັດ​ດ້ານ​ກົດຫມາຍ​,ວັນ​ທີ4ທັນວາ​ນີ້,ຢູ່​ທີ່​ນະຄອນ​ເດີ​ບານຂອງ​ອາ​ຟຼິກາ​ໃຕ້,ທ່ານ​​ເຊ້ຍເຈີ້ນຮວາ, ຫົວຫນ້າ​ຄະນະ​ຜູ່​ແທນ​ຈີນກ່າວ​ວ່າ,ຈີນ​ຈະ​ເຂົ້າຮ່ວມ​ສັນຍາ​ຂອບ​ທີ່​ມີ​ການ​ຜູກ​ມັດ​ດ້ານ​ກົດຫມາຍ​ຫຼັງຈາກປີ2020,ຕ້ອງ​ໃຫ້​ຜ່ານ​​ການ​ເຈລະຈາ​ເສຍ​ກ່ອນ ​ຈຶ່ງ​ ​ກ້າວ​​ເຖິງຂັ້ນ​ເຊັນ​ສັນຍາ​ກັນ,​ແລະ​ຕ້ອງ​ຕອບ​ສະ​ຫນອງ​ເງື່ອນ​ໄຂ 5ຂໍ້.​ ໃນ​ເວລາ​ທ່ານ​​ເຊ້ຍ​ເຈິ້ນ​ຮວາ​​ປຶກສາ​ຫາລື​ກັນກັບ​ອົງການທີ່​ບໍ່​ຂຶ້ນ​ກັບລັດຖະບານ​ຫຼືNGO,ທ່ານ​ສະ​ເຫນີ​​ເງື່ອນ​ໄຂ 5 ຢ່າງ​,ນັ້ນ​ກໍ່​ຄື: ຫນຶ່ງ​ແມ່ນ​ຄວນ​ມີ​ອະນຸ​ສັນຍາ​ກຽວ​ໂຕ​​ແລະ​ໄລຍະທີ​ສອງຕາມ​​ຄຳ​ຫມັ້ນ​ສັນຍາ​; ສອງ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ປະຕິບັດ​ຕໍ່​ຄຳ​ຫມັ້ນ​ສັນຍາ​ທີ່​ຈະ​ເລີ່​ມ​ໃຊ້​​ເງິນ​ທຶນ 30ຕື້​ໂດ​ລາ​ສະຫະລັດ​ໂດຍ​ໄວ​ແລະ​ໃຊ້​ເງິນ​ທຶນ​ໄລຍະ​ຍາວ​ທີ່​ມີ​ມູນ​ຄ່າ​ເຖິງ 100 ຕື້​ໂດ​ລາ​ສະຫະລັດ​ທຸກ​ປີ​ກ່ອນ​ປີ2020,​ເລີ່​ມ​ໃຊ້ກອງ​ທຶນ​ທາງ​ດ້ານ​ດິນ​ຟ້າ​ອາກາດ​ສີຂຽວ,ສ້າງ​ຕັ້ງ​ກົນ​ໄກ​ຕິດຕາມ​ກວດກາແລະ​ປະຕິບັດ; ສາມ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນ​ທີ່​​ເປັນເອກະສັນ​ກັນ​​ຕ່າງໆ​ເຊັ່ນ:ການຖ່າຍທອດ​ເຕັກນິກ, ປ່າ​ໄມ້,ຄວາມ​​ໂປ່​ງ​ໃສ,ການ​ສ້າງສາ​ຄວາມ​ສາມາດ​ແລະ​ອື່ນໆ,ສ້າງ​ຕັ້ງ​ກົນ​ໄກ​ທີ່​ສົມ​ຄູ່​ກັນ; ສີ່​ແມ່ນ​ເລັ່ງລັດ​ການ​ປະ​ເມີນ​ສະພາບ​ທີ່​ປະ​ເທດ​ຕ່າງໆ​ບັນລຸ​ໃຫ້​ຄຳ​ຫມັ້ນ​ສັນຍາ​ແລະ​ຈັດ​ຕັ້ງ​ປະ​ຕິບັດ​ການ​ເຄື່ອນ​ໄຫວ​​ໃຫ້​ໄວ​ຂຶ້ນ, ​ເພື່ອ​ຮັບປະກັນ​ໃຫ້​ສຳ​ເລັດ​ການ​ປະ​ເມີນຕາມ​ຫຼັກ​ວິທະຍາສາດ; ​ແລະ​ສຸດ​ທ້າຍ​ແມ່ນຂໍ​ພຽງ​ແຕ່​ຍຶດຫມັ້ນ ຫຼັກການ"ໜ້າ​ທີ່ຮ່ວມ​ກັນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ"​,ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ສາມາດ​ຂອງ​ປະ​ເທດ​ຕົນ​ເອງ​​ແລ້ວ,ຮັບປະກັນ​ສະພາບລວມຂອງ​ສິ່ງ​ແວດ​ລ້ອມ,ຈີນ​ຈະ​ມີ​ຄວາມ​ຮັບ​ຜິດຊອບ​ແລະ​ພັນທະ​ທີ່ສອດຄ່ອງກັບ​ໄລຍະ​​ແລະລະດັບການ​ພັດທະນາ​​ຂອງ​ປະ​ເທດ​ຕົນ​ເອງ​.

ທ່ານ​ເຊ້ຍ​ເຈິ້ນ​ຮວາ​ກ່າວ​ວ່າ,ຫຼັກ​ຫມັ້ນ​ຂອງຈີນ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ເປີດ​ກວ້າງ,​ເງື່ອນ​ໄຂ 5 ຢ່າງບໍ່​ແມ່ນ​​ເງື່ອນ​ໄຂ​ໃຫມ່,​​​ແຕ່ແມ່ນຂໍ້​ສະ​ເຫ​ນີທີ່​ສົມ​ເຫດ​ສົມ​ຜົນ.ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ບັນລຸ​ໃຫ້​ຄຳ​ຫມັ້ນ​ສັນຍາ,ປະຕິບັດຕາມ​ຄຳ​ຫມັ້ນ​ສັນຍາ,ປະ​ເມີນ​ຢ່າງ​ມີ​ປະສິດທິ​ຜົນ,​ແລະ​ຈະ​ສືບ​ຕໍ່​ຮ່ວມ​ກັບປະ​ເທດ​ຕ່າງໆ​ທຳ​ຄວາມ​ພະຍາຍາມ​ເພື່ອ​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ